ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ວາງສີລາລຶກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ​

Sep 15, 2025

ພິທີວາງສີລາລຶກ ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ຢູ່ເມືອງຊານໄຊ​ ແຂວງອັດຕະປື​ ໄດ້ຈັດຂຶ້ນໃນວັນທີ​ 13​ ກັນຍາ​ 2025​ ທີ່​ເມືອງຊານໄຊ,​ ເປັນກຽດເຂົ້າຮ່ວມມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີ​ບັນດາທ່ານ​ການນໍາ​ຂອງແຂວງ,​ ເມືອງ​ ພ້ອມດ້ວຍພາກສ່ວນທີ່ກ່ຽວ​ຂ້ອງເຂົ້າຮ່ວມ.
ໃນພິທີ​ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກ ຍທຂ ແຂວງອັດຕະປື ໄດ້ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ໄລຍະທາງ 135 ກິໂລແມັດ ແຕ່ບ້ານ​ ວັງໄຊ​ ໄປຫາ ບ້ານ​ ໜອງໄກ່ໂອກ​ ເມືອງຊານໄຊ (ດ່ານຟໍ1 ຊາຍແດນລາວ-ຫວຽດນາມ) ລວມມູນຄ່າການລົງທຶນ 149 ລ້ານກ່ວາໂດລາສະຫະລັດ,​ ການລົງທຶນກໍ່ສ້າງໃນຮູບແບບ (BOT) ຊຶ່ງແມ່ນບໍລິສັດ ດິໂດ(DEDO) ສໍາຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ(DaSOL Company) ຈຳກັດຜູ້ດຽວ ( ສ.ເກົາຫຼີ ) ເປັນຜູ້ລົງທຶນຈັດຕັ້ງປະຕິບັດໂຄງການ ຕາມມາດ​ຕະຖານເຕັກນິກຂອງການກໍ່ສ້າງເສັ້ນທາງ ແລະກໍ່ສ້າງຂົວ,​ ຜ່ານມາບໍລິສັດຜູ້ຮັບເໝົາ ໄດ້ມີການສຳຫຼວດອອກແບບ ກໍ່ສ້າງເສັ້ນທາງ ເບີ້ 9001, ເສັ້ນທາງເບີ້ 9065, ເສັ້ນທາງເບີ້ 9045 ເຂດຊຸມຊົນ ຈາກ​ 8​ ແມັດ,​ ມາເປັນ 12 ແມັດ​ ໄປຕາມແລວທາງເກົ່າ, ຄວາມເນີນຍາວ 10% ເປັນເສັ້ນທາງພູດອຍ ມາດຕະຖານຮັບນ້ຳໜັກ ໄດ້​ 11​ ໂຕນຕໍ່ເພົາ ຕາມມາດຕະຖານທາງຫຼວງແຫ່ງຊາດ,​ ສຳລັບຂົວຂ້າມນ້ຳເຊກະໝານ ຈຸດບ້ານ​ ສຸກສະຫ່ວາງ ອອກແບບເປັນຂົວເບຕົງອັດແຫ້ງ,​ ມີຄວາມຍາວ 165 ແມັດ,​ ລວງກ້ວາງໜ້າຂົວ 10 ແມັດ,​ ສາມາດຮັບນ້ຳໜັກໄດ້ 10 ໂຕນ,​ ກຳນົດເວລາການກໍ່ສ້າງ​ 36 ເດືອນ​ ເລີ່ມແຕ່ເດືອນກັນຍາ 2025 ຫາ ເດືອນ ກັນຍາ 2028 ໃຫ້ສຳເລັດ.​ ເຊິ່ງພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ, ບໍລິສັດຜູ້ພັດທະນາໂຄງການ ຈະໄດ້ສືບຕໍ່ເຊັນສັນຍາ ເກັບຄ່າບໍລິການນ້ຳໃຊ້ເສັ້ນທາງດັ່ງກ່າວ ກັບຄະນະກຳມະການປົກ​ຄອງ​ ແຂວງອັດຕະປື ໃນໄລຍະເວລາ 50 ປີ ໃນເມື່ອຮອດກຳນົດເວລາ ບໍລິສັດ ຜູ້ພັດທະນາໂຄງການຈະໄດ້ມອບຄືນໃຫ້ຄະນະກຳມະການປົກຄອງແຂວງ​ ອັດຕະປື​
ຂ່າວ-ພາບ: ສຸດໃຈ