ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກັກຕົວໂຊເຟີລົດບັນທຸກ ພ້ອມຍຶດຂອງກາງຢາບ້າເກືອບ 13 ລ້ານເມັດ

Sep 16, 2025

ອີງຕາມແຫຼ່ງຂ່າວເມືອງຄອບ ແຂວງໄຊຍະບູລີ ລາຍງານວັນທີ 15 ກັນຍາ 2025 ໃຫ້ຮູ້ວ່າ: ວັນທີ 10 ກັນຍາ 2025 ເວລາປະມານ 6:30 ນາທີ ເຈົ້າໜ້າທີ່ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ໄດ້ພົບເຫັນລົດບັນທຸກ 12 ລໍ້ ຍີ່ຫໍ້ ເຈຟານ ສີນໍ້າຕານ ບໍ່ມີປ້າຍທະບຽນ, ມຸ່ງໜ້າມາແຕ່ເມືອງປາກທາ ແຂວງບໍ່ແກ້ວ. ມາຮອດຈຸດກວດກາ ທາງເຈົ້າໜ້າທີ່ຈຶ່ງໄດ້ສົ່ງສັນຍານໃຫ້ຈອດລົດເພື່ອ ກວດກາ ແຕ່ລົດຄັນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມື ແລະ ໄດ້ຂັບຜ່ານດ່ານເຂົ້າມາທາງເມືອງຄອບ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຈັກໄລ່ນໍາ ຈຶ່ງພົບເຫັນລົດຄັນດັ່ງກ່າວຈອດຢູ່ຈຸດສາມແຍກບ້ານມ່ວງດອນມູນ ເມືອງຄອບ ແຂວງໄຊຍະບູລີ. ພາຍຫລັງທີ່ເຈົ້າໜ້າທີ່ໄປຮອດ ຜູ້ກ່ຽວໄດ້ໂດດລົງຈາກລົດ ແລ້ວເອົາຕົວລົບໜີເຂົ້າປ່າຊ້າ ບ້ານມ່ວງດອນມູນ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດ ເມືອງຄອບ ຈຶ່ງໄດ້ໄລ່ຊອກຫາຈົນຮອດ ເວລາ 13:40 ນາທີ ຈຶ່ງກັກຕົວເປົ້າໝາຍໄດ້ 1 ຄົນຊື່ທ້າວ ຄົວ ຢາງ ອາຍຸ 28 ປີ ອາຊີບປະຊາຊົນຢູ່ບ້ານ ຫ້ວຍດິນຈີ່ ເມືອງ ປາກທາ ແຂວງ ບໍ່ແກ້ວພ້ອມຂອງກາງຢາບ້າທີ່ຊຸກເຊື່ອງໄວ້ຢູ່ໃນລົດບັນທຸກຈໍານວນ 64 ເປົາ, ເທົ່າກັບ 12.742.000 ເມັດ (ສິບສອງລ້ານເຈັດແສນສີ່ໝື່ນສອງພັນເມັດ) ພ້ອມກັບລົດບັນທຸກສິບສອງລໍ້ບໍ່ມີປ້າຍທະບຽນ, ຍີ່ຫໍ້ເຈຟານ, ສີນໍ້າຕານ 1 ຄັນ ແລະ ໂທລະສັບມືຖື 02 ເຄື່ອງ.
ຜ່ານການສືບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ ເຫັນວ່າລົດບັນທຸກຄັນດັ່ງກ່າວ ໄດ້ຂົນສົ່ງຢາບ້າແຕ່ແຂວງບໍ່ແກ້ວໄປສົ່ງໃຫ້ລູກຄ້າທີ່ຢູ່ນະຄອນຫຼວງວຽງຈັນ.
May be an image of 2 people
ທີ່ມາ: ຄວາມສະຫງົບ