ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025

Sep 16, 2025

ວັນທີ 15 ກັນຍາ 2025 ທີ່ວິທະຍາຄານນາຍທະຫານບົກ ກົມມະດໍາ ໄດ້ມີພິທີເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນຮ່ວມປະທານ ຂອງພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຫົວໜ້າຄະນະຊີ້ນໍາການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສະຫະພັນຣັດເຊຍ ຫົວໜ້າຄະນະຊີ້ນໍາຊ້ອມການຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳທັງສອງຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ຣັດເຊຍເຂົ້າຮ່ວມ.
No photo description available.
ພັນເອກ ອີວານ ຕາຣາເຢັບ ມີຄຳເຫັນວ່າ: ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້ ແມ່ນຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງພົວພັນທາງການທູດ ລະຫວ່າງ ຣັດເຊຍ – ລາວ ແລະ ວັນສະຖາປະນາ ສປປ ລາວ ຫຼື ວັນຊາດທີ 2 ທັນວາຄົບຮອບ 50 ປີ, ສອງປະເທດມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານບົນພື້ນຖານເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ. ການຊ້ອມຮົບຮ່ວມຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການຮ່ວມມືດ້ານວຽກງານປ້ອງກັນຊາດ, ຍົກລະດັບການປະສານສົມທົບສູ້ຮົບຮ່ວມກັນ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແລະ ເສີມສ້າງຄວາມໝັ້ນຄົງໃນພາກພື້ນ. ພ້ອມຕີລາຄາຕີສູງຕໍ່ຄວາມພ້ອມຂອງເພື່ອນມິດຝ່າຍລາວ ໃນການປະຕິບັດໜ້າທີ່ ພ້ອມທັງແລກປ່ຽນຄວາມຮູ້ຊຶ່ງກັນ ແລະ ກັນ ໃນການຊ້ອມຮົບຄັ້ງນີ້, ເຊື່ອໝັ້ນວ່າ ຈະສຳເລັດໄດ້ຢ່າງມີປະສິດທິຜົນສູງ ແລະ ບົດຮຽນທີ່ໄດ້ຮັບຈາກການຊ້ອມຮົບຈະເປັນພື້ນຖານອັນສໍາຄັນ ໃນການເສີມຂະຫຍາຍການຮ່ວມມືລະຫວ່າງສອງຊາດ.
May be an image of 6 people, jeep, golf cart and crowd
ພົນຕີ ສາຍໃຈ ກົມມະສິດ ມີຄຳເຫັນວ່າ: ການຊ້ອມຮົບ “ລາໂຣສ-2025” ຈັດຂຶ້ນຢູ່ ລາວ ຄັ້ງນີ້ ມີຈຸດປະສົງເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນໝັ້ນຄົງທະນົງແກ່ນຍິ່ງຂຶ້ນ. ການຊ້ອມຮົບ “ລາໂຣສ-2025” ແມ່ນມີຄວາມຈຳເປັນ ແລະ ສໍາຄັນເປັນຢ່າງຍິ່ງ.
No photo description available.
ທີ່ມາ: ປະຊາຊົນ