ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງການຄ້າຈີນ-ອາຊຽນ ກາຍເປັນເວທີການຮ່ວມມືທີ່ສໍາຄັນ ແລະ ເປັນປະໂຫຍດຕໍ່ກັນນັບມື້ເພີ່ມຂຶ້ນ

Sep 17, 2025

ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22 ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 17-21 ກັນຍາ 2025 ທີ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ພາຍໃຕ້ຫົວຂໍ້: “ປັນຍາປະດິດ ແລະ ການພັດທະນາເຂດການຄ້າເສລີຈີນ-ອາຊຽນ 3.0” ທີ່ເນັ້ນໃສ່ການຮ່ວມມືລະດັບພາກພື້ນ. ຫຼັງຈາກ 20 ກວ່າປີຂອງການພັດທະນາຢ່າງຕໍ່ເນື່ອງ, ງານດັ່ງກ່າວໄດ້ຫັນປ່ຽນຈາກເວທີການຄ້າສິນຄ້າພຽງຢ່າງດຽວ ກາຍມາເປັນຂົວທີ່ສໍາຄັນທັງທາງດ້ານການສື່ສານນະໂຍບາຍ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເພີ່ມຄວາມຄ່ອງຕົວທາງດ້ານການຄ້າ, ການສ້າງຊ່ອງທາງລະດົມເງິນທຶນ ແລະ ການເສີມສ້າງຄວາມເຂົ້າໃຈລະຫວ່າງຈີນ ແລະ ປະເທດສະມາຊິກອາຊຽນ ໄດ້ເພີ່ມແຮງຊຸກຍູ້ໃໝ່ໆ ໃຫ້ແກ່ການຮ່ວມມືໃນພາກພື້ນຢ່າງຕໍ່ເນື່ອງ ເຮັດໃຫ້ນັບມື້ກາຍເປັນເວທີສໍາຄັນສໍາລັບການຮ່ວມມືທີ່ເປັນປະໂຫຍດຕໍ່ສອງຝ່າຍນັບມື້ຫຼາຍຂຶ້ນ.
ເສັ້ນທາງການຂະຫຍາຍຕົວຂອງງານດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນທັງຄວາມເລິກເຊິ່ງ ແລະ ຄວາມກ້າວໜ້າຂອງການພັດທະນາສາຍພົວພັນລະຫວ່າງຈີນ-ອາຊຽນ ທີ່ມີມູນຄ່າການຄ້າຮ່ວມກັນເພີ່ມຂຶ້ນຈາກປະມານ 100 ຕື້ໂດລາໃນປີ 2004 ມາເປັນເກືອບ 1,000 ຕື້ໂດລາໃນປີ 2024. ຈີນເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊຽນເປັນເວລາ 16 ປີຕິດຕໍ່ກັນ. ຂະນະທີ່ອາຊຽນເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງຈີນເປັນເວລາ 5 ປີຕິດຕໍ່ກັນ. ຕົວເລກເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງງານວາງສະແດງສິນຄ້າຈີນ-ອາຊຽນໃນຖານະເປັນເວທີສໍາລັບການຮ່ວມມືທີ່ຂະຫຍາຍຈາກການຄ້າສິນຄ້າຈົນເຖິງການຄ້າການບໍລິການ. ການຮ່ວມມືດ້ານການລົງທຶນ, ການຮ່ວມມືດ້ານກໍາລັງການຜະລິດລະຫວ່າງປະເທດ ແລະ ດ້ານອື່ນໆ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ເຮັດໃຫ້ເກີດມີການເຊື່ອມໂຍງທາງຍຸດທະສາດລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ “ແຜນແມ່ບົດວ່າດ້ວຍການເຊື່ອມໂຍງລະຫວ່າງກັນໃນອາຊຽນ 2025” ໄດ້ຢ່າງຄ່ອງຕົວ.
May be an image of 8 people and text
ນອກຈາກນີ້, ໃນໄລຍະການຈັດງານດັ່ງກ່າວໃນແຕ່ລະປີ, ຍັງມີການຈັດກອງປະຊຸມເວທີປຶກສາຫາລືລະດັບສູງທີ່ກວມເອົາຫຼາຍຂະແໜງການ ເຊັ່ນ: ການເງິນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ. ສົ່ງເສີມການຮ່ວມມືຈາກ “ການເຊື່ອມໂຍງດ້ານຮາດແວ” ໄປສູ່ “ການເຊື່ອມໂຍງດ້ານຊ໊ອຟແວ” ເຮັດໃຫ້ເປັນລະບົບນິເວດການຮ່ວມມືຂອງພາກພື້ນທີ່ສົມບູນຫຼາຍຂຶ້ນເລື້ອຍໆ.
ຫົວໃຈສໍາຄັນທີ່ເຮັດໃຫ້ງານດັ່ງກ່າວມີຄວາມເຂັ້ມແຂງ ແລະ ມີຊີວິດຊີວາຢ່າງຕໍ່ເນື່ອງ ແມ່ນການຍຶດໝັ້ນກັບຫຼັກການຂອງການປຶກສາຫາລື, ຮ່ວມກັນສ້າງ ແລະ ຮ່ວມກັນແບ່ງປັນ. ງານວາງສະແດງສິນຄ້າຈີນ-ອາຊຽນ ບໍ່ແມ່ນ “ງານວາງສະແດງດຽວ” ຂອງຈີນ, ຫາກເປັນ “ການຮ້ອງເພງປະສານສຽງ” ຂອງ 10 ປະເທດສະມາຊິກອາຊຽນຮ່ວມກັບຈີນ. ງານດັ່ງກ່າວທີ່ຈັດຂຶ້ນໃນແຕ່ລະປີ ໄດ້ແຕ່ງຕັ້ງໜຶ່ງປະເທດໃນອາຊຽນເປັນປະເທດກິດຕິມະສັກ ເພື່ອນໍາສະເໜີຜະລິດຕະພັນ ແລະ ວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ ເຊິ່ງສະທ້ອນໃຫ້ເຫັນເຖິງການແບ່ງປັນໂອກາດຢ່າງແທ້ຈິງ. ຜະລິດຕະພັນທີ່ເປັນເອກະລັກຈາກອາຊຽນ ເຊັ່ນ: ຖົ່ວລຽນຈາກໄທ, ກາເຟຈາກຫວຽດນາມ ແລະ ອື່ນໆ ລ້ວນແຕ່ໄດ້ເຂົ້າສູ່ຄອບຄົວຂອງຈີນຢ່າງວ່ອງໄວຜ່ານເວທີນີ້. ຂະນະດຽວກັນ, ອຸປະກອນເຄື່ອງຈັກ, ລົດຍົນພະລັງງານໃຫມ່ ແລະ ເຕັກໂນໂລຊີສີຂຽວຂອງຈີນໄດ້ປະກອບສ່ວນໃນການພັດທະນາຄວາມທັນສະໄໝຂອງອາຊຽນຜ່ານງານວາງສະແດງດັ່ງກ່າວ ເຮັດໃຫ້ການຮ່ວມມືທີ່ເຂົ້າກັນໄດ້ດີນີ້ໄດ້ເພີ່ມພະລັງຂັບເຄື່ອນຢ່າງຍືນຍົງໃຫ້ແກ່ການໝູນວຽນຂອງເສດຖະກິດ ພາກພື້ນ.
May be an image of 4 people and text that says 'LAOPDR-老拉 LAO PDR 老拉 LuangNamthaProvince Luang Namtha Province 狼南塔省 我的名字是依·诺卡 My ameis ynameisNongNokKhwa is Nong Nok Khwa መኢንክን'
ໃນນີ້, ເວົ້າສະເພາະ ສປປ ລາວ ກໍເຄີຍຖືກຄັດເລືອກໃຫ້ເປັນປະເທດກິດຕິມະສັກຂອງງານດັ່ງ ກ່າວເຊັ່ນດຽວກັນ. ສະເພາະປີນີ້ ລາວກໍໄດ້ເຂົ້າຮ່ວມງານງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22 ໂດຍຄັດເລືອກເອົາແຂວງຫຼວງນໍ້າທາ ເປັນເມືອງແຫ່ງສະເໜ່ຂອງລາວ ເພື່ອໄປນໍາສະເໜີທ່າແຮງຂອງແຂວງ ເພື່ອດຶງດູດການລົງທຶນ ແລະ ກິດຈະກໍາສ້າງເຄືອຄ່າຍຈັບຄູ່ທຸລະກິດ, ດຶງດູດນັກທ່ອງທ່ຽວ ແລະ ອື່ນໆ.
ໃນໄລຍະເວລາທີ່ການເມືອງໃນພາກພື້ນ ແລະ ເສດຖະກິດທົ່ວໂລກກໍາລັງປ່ຽນແປງຢ່າງເລິກເຊິ່ງ, ຄຸນຄ່າທາງຍຸດທະສາດຂອງງານວາງສະແດງສິນຄ້າຈີນ-ອາຊຽນ ແມ່ນໂດດເດັ່ນຫຼາຍຂຶ້ນ. ພາຍໃຕ້ສະຖານະການຂອງການຟື້ນຟູເສດຖະກິດທົ່ວໂລກທີ່ອ່ອນແອ ແລະ ກະແສການກີດກັ້ນການຄ້າເພີ່ມຂຶ້ນ. ງານວາງສະແດງສິນຄ້າຈີນ-ອາຊຽນ ຍຶດໝັ້ນຢ່າງໝັ້ນຄົງເພື່ອປົກປ້ອງລະບົບການຄ້າຫຼາຍຝ່າຍທີ່ໝັ້ນໜຽວ, ຊຸກຍູ້ໃຫ້ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ເປີດໂອກາດທີ່ຈະກາຍເປັນ “ແຮງຂັບເຄື່ອນ” ສໍາລັບການຫຼອມລວມເຂົ້າກັນທາງດ້ານເສດຖະກິດໃນພາກພື້ນ. ຈາກການຊຸກຍູ້ “ເຂດການຄ້າເສລີຈີນ-ອາຊຽນ 3.0” ໄປສູ່ການສ້າງ “ເສັ້ນທາງການຄ້າໃໝ່ລະຫວ່າງປະເທດທັງທາງບົກ ແລະ ທາງທະເລ”. ງານວາງສະແດງສິນຄ້າ ຈີນ-ອາຊຽນ ກໍາລັງຂະ ຫຍາຍຂອບເຂດຂອງການຮ່ວມມື ແລະ ສ້າງພະລັງໃໝ່ຢ່າງຕໍ່ເນື່ອງ, ທັງໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງພາກພື້ນຢ່າງໝັ້ນຄົງ.
May be an image of 5 people and text
ສິ່ງທີ່ຫນ້າສົນໃຈຫຼາຍກວ່ານີ້, ງານວາງສະແດງສິນຄ້າຈີນ-ອາຊຽນ ບໍ່ໄດ້ຢຸດພັກຢູ່ທີ່ບົດບາດທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງເປັນເວທີສໍາລັບການແລກປ່ຽນ ແລະ ຮຽນຮູ້ກ່ຽວກັບຄວາມສີວິໄລ ແລະ ການເຊື່ອມໂຍງຄວາມຜູກພັນຂອງປະຊາຊົນຜ່ານກິດຈະກໍາທີ່ຈັດຂຶ້ນໃນງານທີ່ກວມເອົາຫຼາຍຂະແໜງການ ເຊັ່ນ: ການສະແດງທາງວັດທະນະທໍາ, ການ ທ່ອງທ່ຽວ, ການແລກປ່ຽນຊາວໜຸ່ມເຍົາວະຊົນ ແລະອື່ນໆ. ທັງຫມົດນີ້ລ້ວນແຕ່ຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນ ເຊິ່ງຖືເປັນ “soft power” ທີ່ສ້າງພື້ນຖານທາງສັງຄົມອັນເຂັ້ມແຂງສໍາລັບການພັດທະນາຄວາມສໍາພັນລະຫວ່າງຈີນ-ອາຊຽນ ໄດ້ຢ່າງໝັ້ນຄົງ ແລະ ຍືນຍົງ, ທັງມີຄວາມຫມາຍຢ່າງເລິກເຊິ່ງຂອງການເປັນ “ເພື່ອນບ້ານທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ເປັນເພື່ອນທີ່ດີ” ອີກດ້ວຍ.
May be an image of 4 people and text
ໃນໄລຍະສອງທົດສະວັດກວ່າຜ່ານມາ, ຄວາມສໍາເລັດຂອງງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ: ການຍຶດໝັ້ນກັບຫຼັກການຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນຄືສາຍເລືອດຂອງການຮ່ວມມືຂອງພາກພື້ນ. ພື້ນຖານທີ່ສໍາຄັນນີ້ບໍ່ພຽງແຕ່ເຮັດໃຫ້ເສດຖະກິດຂອງພາກພື້ນຈະເລີນຮຸ່ງເຮືອງຂຶ້ນເທົ່ານັ້ນ, ຍັງເປັນຕົວຢ່າງທີ່ດີ ແລະ ມີຄຸນຄ່າສໍາລັບການຮ່ວມມືລະດັບພາກພື້ນຂອງໂລກອີກດ້ວຍ.
May be an image of 10 people, dais and text
ເມື່ອເບິ່ງໄປໃນອະນາຄົດຕໍ່ໜ້າ, ງານວາງສະແດງສິນຄ້າຈີນ-ອາຊຽນ ຍັງຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຍົກລະດັບຂຶ້ນໄປເລື້ອຍໆ ເພື່ອຕອບສະໜອງການເປັນຄູ່ຮ່ວມຍຸດທະສາດທີ່ກວມລວມລະຫວ່າງຈີນກັບອາຊຽນໄດ້ດີຍິ່ງຂຶ້ນ ໂດຍສະເພາະການຮ່ວມມືໃນຂະແໜງການໃໝ່ໆ ເຊັ່ນ: ການພັດທະນາສີຂຽວ ແລະ ເສດຖະກິດດິຈິຕອນ ຈະສ້າງໃຫ້ເກີດຄວາມເຂັ້ມແຂງໃໝ່ໃນການພັດທະນາຂອງພາກພື້ນໂດຍການເຮັດໃຫ້ມາດຕະຖານ ແລະ ກົດລະບຽບສອດຄ່ອງກັນຢ່າງໝັ້ນຄົງຍິ່ງຂຶ້ນ ເຊິ່ງຈະຊ່ວຍໃຫ້ຕ່ອງໂສ້ການສະໜອງຂອງພາກພື້ນມີຄວາມໝັ້ນຄົງຫຼາຍຂຶ້ນ. ໃນຂະບະວນການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນລະຫວ່າງປະເທດຈີນ ແລະ ອາຊຽນ, ງານວາງສະແດງສິນຄ້າຈີນ-ອາຊຽນ ຈະເປັນເວທີສໍາຄັນທີ່ຈະຂະຫຍາຍບົດບາດຂອງຕົນ ແລະ ຂຽນບົດໃໝ່ໃນປະຫວັດສາດຂອງການຮ່ວມມື ແລະ ໄຊຊະນະຮ່ວມກັນລະຫວ່າງຈີນ-ອາຊຽນ ຕໍ່ໄປຢ່າງບໍ່ຢຸດຢັ້ງ.
May be an image of text
ໂດຍ: BT, ວສລ