ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

SCG ມອບທຶນສະໜັບສະໜູນການສຶກສາໃນໂຄງການ Sharing the Dream 2025

Sep 19, 2025

ບໍລິສັດ SCG ເປີດຮັບສະໝັກນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາມະຫາວິທະຍາໄລ ຂອງໂຮງຮຽນລັດ ເພື່ອຂໍຮັບທຶນໃນໂຄງການ Sharing the Dream 2025. ໂຄງການນີ້ SCG ດໍາເນີນຢູ່ໃນລາວ ຢ່າງຕໍ່ເນື່ອງມາໄດ້ 14 ປີແລ້ວ ໂດຍໃຫ້ຄວາມສໍາຄັນກັບຄຸນສົມບັດຂອງເຍົາວະຊົນ ເຊັ່ນ: ຄວາມກະຕືລືລົ້ນ ແລະ ຄວາມໃສ່ໃຈຕໍ່ບັນຫາສິ່ງແວດລ້ອມ, ເປັນຜູ້ປະພຶດດີຕໍ່ຄອບຄົວ ແລະ ສັງຄົມ, ມີຄວາມກະຕັນຍູຕໍ່ພໍ່ແມ່ ແລະ ຄູອາຈານ, ພ້ອມທັງມີຄວາມມຸ່ງໝັ້ນໃນການສຶກສາ.
ການມອບທຶນສະໜັບສະໜູນການສຶກສາ “SCG Sharing the Dream” ແມ່ນໜຶ່ງໃນໂຄງການພັດທະນາສັກກະຍະພາບເຍົາວະຊົນໃນພາກພື້ນອາຊຽນຂອງ SCG. ເປັນແນວທາງການດຳເນີນກິດຈະກຳພ້ອມດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ທີ່ SCG ດໍາເນີນມາຢ່າງຕໍ່ເນື່ອງຫຼາຍກວ່າ 112 ປີ ນັບຕັ້ງແຕ່ສ້າງຕັ້ງບໍລິສັດ. ມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການສຶກສາ ໃຫ້ເດັກນ້ອຍທີ່ມີຄຸນນະທຳ ແລະ ກະຕັນຍູ ຈາກຄອບຄົວທຸກຍາກ ໄດ້ມີໂອກາດສຶກສາຕໍ່ ແລະ ນໍາຄວາມຮູ້ທີ່ໄດ້ຮຽນມາ ໄປພັດທະນາຊຸມຊົນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດຂອງຕົນ ຜ່ານ ການສະໜັບສະໜູນທັງຄ່າຮຽນ ແລະ ອຸປະກອນການຮຽນ. ໂຄງການນີ້ເລີ່ມຕົ້ນທີ່ປະເທດໄທ ແລະ ໄດ້ຂະຫຍາຍໄປສູ່ປະເທດອື່ນໃນພາກພື້ນອາຊຽນ.
ສໍາລັບທຶນສະໜັບສະໜູນການສຶກສາ ໃນໂຄງການ Sharing the Dream ປີ 2025, SCG ຈະມອບທຶນສຶກສາໃຫ້ນັກຮຽນມັດທະຍົມຕອນປາຍຢູ່ນະຄອນຫຼວງວຽງຈັນຈຳນວນ 80 ທຶນ, ເມືອງມະຫາໄຊແຂວງຄໍາມ່ວນ 30 ທຶນ ແລະ ທຶນລະດັບມະຫາວິທະຍາໄລ 10 ທຶນ. ຜູ້ທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່
ເພຈ Facebook : facebook.com/SCGbrandLaos