ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະ​ຜູ້​ແທນ​ສະພາອົດ​ສະ​ຕຣາ​ລີ ​ແລະ ​ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມ​ໂຮງຮຽນ​ປະຖົມ​ທົ່ງກາງ, ເມືອງສີສັດຕະນາກ ​ເພື່ອ​ສັງ​ເກດ​ການ​ປັບປຸງ​ດ້ານການ​ຮຽນ​-ການ​ສອນ.

Sep 22, 2025

ວັນ​ທີ 19 ກັນຍາ 2025 ຄະນະ​ຜູ້​ແທນ​ສະພາ​ອົດ​ສະຕຣາລີ​ ທີ່​ເຂົ້າ​ຮ່ວມ​ໂຄງການ​ລິ​ເລີ່ມ​ການ​ເປັນ​ຜູ້ນຳ​ພາກ​ພື້ນ​ອົດ​ສະຕຣາລີ ໄປ​ຢ້ຽມຢາມ​ໂຮງຮຽນ​ປະຖົມ​ທົ່ງກາງ​, ນະຄອນຫຼວງ​ວຽງ​ຈັນ ຮ່ວມກັບ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ ພ້ອມດ້ວຍຄະນະກົມຈາກກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ.
ການ​ຢ້ຽມ​ຢາມ​ຄັ້ງນີ້, ຄະນະຜູ້ແທນໄດ້​​ເຫັນ​ຜົນ​ໄດ້​ຮັບ​ຕົວ​ຈິງ​ຂອງ​ການໃຫ້ທຶນຊ່ວຍເຫຼືອ​ຢ່າງ​ຕໍ່​ເນື່ອງ​ຂອງລັດຖະບານ​ອົດ​ສະ​ຕຣາ​ລີ​ ໃນ​ການ​ສຶກ​ສາ​ຊັ້ນປະ​ຖົມ​ ​ໂດຍ​ຜ່ານ​ແຜນງານບີຄວາ. ສະມາຊິກສະພາໄດ້ຮ່ວມສັງເກດການສອນໃນຫ້ອງຮຽນທີ່ມີຄວາມມ່ວນຊື່ນ, ນັກຮຽນມີສ່ວນຮ່ວມໃນການຮຽນຢ່າງຫ້າວຫັນໃນວິຊາພາສາລາວ, ພາສາອັງກິດ, ວິທະຍາສາດ ແລະ ສິ່ງແວດລ້ອມ. ນັກຮຽນໄດ້ຮ່ວມການທົດລອງວິທະຍາສາດດ້ວຍການປະຕິບັດຕົວຈິງ ແລະ ຮ່ວມກັນເຮັດກິດຈະກໍາຮຽນພາສາລາວ ແລະ ພາສາອັງກິດ ດ້ວຍຄວາມເອົາໃຈໃສ່ ສະແດງໃຫ້ເຫັນເຖິງຄວາມມ່ວນຊື່ນ ແລະ ຄວາມມັກໃນການຮຽນ. ວິທີການສິດສອນແບບໃໝ່ຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໄດ້ຊຸກຍູ້ໃຫ້ການຮຽນມີຄວາມມ່ວນຊື່ນ, ມີການຖາມຕອບ ແລະ ການປະຕິບັດຕົວຈິງ, ໄດ້ປ່ຽນຈາກການຮຽນແບບເກົ່າທີ່ເນັ້ນໃສ່ແຕ່ການຈື່ຈຳ. ຄູໄດ້ແນະນໍາໃຫ້ນັກຮຽນໄດ້ຮຽນຮູ້ຜ່ານກິດຈະກໍາຕ່າງໆ, ໂດຍເນັ້ນໃສ່ການຄົ້ນຄິດແບບວິເຄາະ ແລະ ການມີສ່ວນຮ່ວມ, ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ.
May be an image of 4 people
ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຄໍາເຫັນວ່າ: ການຢ້ຽມຢາມໂຮງຮຽນຄັ້ງນີ້ ເປັນການສະແດງເຖິງສາຍພົວພັນຄູ່ຮ່ວມມືອັນ ໜັກແໜ້ນລະຫວ່າງ ລາວ ແລະ ອົດສະຕຣາລີ ໃນການພັດທະນາການສຶກສາຂັ້ນພື້ນຖານໃຫ້ມີຄຸນນະພາບ, ພວກເຮົາຮ່ວມກັນສ້າງລະບົບການສຶກສາທີ່ສົ່ງເສີມການຮຽນຮ່ວມ ນັກຮຽນໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຮຽນ ແລະ ພັດທະນາທັກສະທີ່ຈຳເປັນສຳລັບສະຕະວັດທີ 21. ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແມ່ນມີຄວາມສຳຄັນຕໍ່ການຫັນປ່ຽນຄັ້ງນີ້, ແລະ ພວກເຮົາຂໍຂອບໃຈສຳລັບຄວາມມຸ່ງໝັ້ນໃນການຊ່ວຍເຫຼຶອຂອງພວກທ່ານ”.
ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກະອັກຄະລັດຖະທູດອົດສະຕຣາລີ ມີຄໍາວ່າ: “ລັດຖະບານອົດສະຕຣາລີ ໄດ້ຖືເອົາສາຍພົວພັນອັນຍາວນານກັບ ລາວ ໂດຍສະເພາະກັບກະຊວງສຶກສາທິການ ແລະ ກິລາ ເປັນສິ່ງທີ່ສຳຄັນຫຼາຍ. ການຮ່ວມມືອັນຍາວນານຂອງພວກເຮົາ, ໂດຍຜ່ານແຜນງານບີຄວາ, ໄດ້ສະທ້ອນໃຫ້ເຫັນວິໄສທັດ ແລະ ຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນຂະແໜງການສຶກສາ ທີ່ສົ່ງເສີມການຮຽນຮ່ວມ ແລະ ມີຄຸນນະພາບ. ໃນການລົງຢ້ຽມຢາມໂຮງຮຽນຄັ້ງນີ້ ຖືເປັນວາລະທີ່ພາກພູມໃຈ ທີ່ໄດ້ເຫັນໝາກຜົນໃນທາງທີ່ດີຂອງການຮ່ວມມືຂອງພວກເຮົາ ເພື່ອເສີມສົ່ງເສີມເສັ້ນທາງການຮຽນຮູ້ຂອງເດັກ.”
May be an image of 5 people, child and text May be an image of 6 people, people studying and text
ຄຽງຄູ່ກັບການຢ້ຽມຢາມໂຮງຮຽນແລ້ວ ຄະນະຜູ້ແທນໄດ້ຢ້ຽມຊົມການວາງສະແດງທີ່ນຳສະເໜີໂດຍຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ. ການວາງສະ​ແດງ​ໄດ້​ຍົກ​ໃຫ້​ເຫັນ 3 ຂົງ​ເຂດ​ສຳຄັນ​ທີ່​ລັດຖະບານອົດ​ສະ​ຕຣາ​ລີໃຫ້ການ​ສະໜັບສະໜູນ ​ແລະ ເປັນໃຈ​ກາງ​ໃນ​ການ​ປັບປຸງ​ການ​ສຶກສາ​ທີ່ກຳລັງດຳ​ເນີນ​ຢູ່ຄື: ຫຼັກສູດ​ຊັ້ນປະຖົມສຶກສາ​ແຫ່ງ​ຊາດ​ສະບັບ​ປັບປຸງໃໝ່; ບົດຮຽນຝຶກເວົ້າພາສາລາວ ທີ່ສ້າງຂຶ້ນເພື່ອສະໜັບສະໜູນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ສົ່ງເສີມການຮຽນຮ່ວມໂດຍສະເພາະນັກຮຽນທີ່ມາຈາກຫຼາຍຊົນເຜົ່າ; ລະບົບ​ການ​ພັດທະນາ​ວິຊາ​ຊີບ​ຄູແບບ​ຕໍ່​ເນື່ອງ ​ເພື່ອສົ່ງເສີມໃຫ້​ຄູ​ມີຄວາມຮູ້ຄວາມສາມາດ ​ແລະ ຮັບປະກັນ​ການສອນທີ່ມີຄຸນນະພາບ​ໃນ​ທົ່ວ​ປະ​ເທດ.
ທ່ານ ກິ່ງມະໂນ ພົມມະຫາໄຊ ຍົກໃຫ້ເຫັນຕື່ມວ່າ: “ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ມີບົດບາດສໍາຄັນໃນການປັບປຸງຫຼັກສູດແຫ່ງຊາດ, ການສ້າງສື່ການຮຽນການສອນໃຫ້ມີຄຸນນະພາບ, ການສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູ. ​ໄລຍະ​ທີ 2 ຂອງ​ໂຄງການ​ແມ່ນ​ສຸມ​ໃສ່​ຮັບປະກັນ​ໃຫ້​ຄູ​ອາ​ຈານ​ມີ​ໂອກາດ​ສືບ​ຕໍ່​ຍົກ​ລະດັບ​ທັກ​ສະ ແລະ ສະໜອງ​ການ​ສຶກສາ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ເດັກ​ທຸກ​ຄົນ.”
ຈາກນັ້ນ, ລັດຖະບານອົດສະຕຣາລີ ໄດ້ມອບ ປຶ້ມນິທານ, ອຸປະກອນກິລາ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນຕື່ມອີກ.
ຂ່າວ: ອ່ອນຄຳ ວສລ