ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກສຶກສາລາວທີ່ນະຄອນຫຼວງປັກກິ່ງ ຮ່ວມເຜີຍແຜ່ວັດທະນະທໍາລາວສູ່ສາກົນ

Sep 22, 2025

ນັກສຶກສາລາວຢູ່ນະຄອນຫຼວງປັກກິ່ງຂອງຈີນ ນໍາເອົາອາຫານ, ເຄື່ອງດື່ມ, ສຽງແຄນ ແລະ ສິລະປະວັດທະນະທໍາລາວ ໄປສະແດງຜ່ານສາຍຕາຜູ້ຊົມໃນງານແລກປ່ຽນວັດທະນະທໍາສາກົນ ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ ໃນວັນທີ 21 ກັນຍານີ້. ງານຄັ້ງນີ້ ມີນັກສຶກສາຈາກຈີນ, ອາຊຽນ, ຢູເຣເຊຍ, ອາຟຣິກາ, ເອີຣົບ ແລະ ອື່ນໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.
May be an image of 4 people and text that says '2025 第17届北京科技大学国队 科技大学国队 第17届北亮 基斯個留学生回信五周年系' May be an image of 9 people and text
ຈຸດປະສົງເພື່ອເປີດໂອກາດໃຫ້ນັກສຶກສາຕ່າງປະເທດ ໄດ້ເຜີຍແຜ່ວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດ ອອກສູ່ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າໃຈໂດຍຜ່ານກິດຈະກໍາຕ່າງໆ ເຊັ່ນ: ງານວາງສະແດງອາຫານ-ເຄື່ອງດື່ມ, ການສະແດງສິລະປະວັດທະນະທໍາ, ວິທີປຸງແຕ່ງອາຫານ ແລະອື່ນໆ. ພ້ອມທັງເປີດໂອກາດໃຫ້ບັນດານັກສຶກສາໄດ້ໃຊ້ເວລາໃກ້ຊິດຕິດແທດກັນຫຼາຍຂຶ້ນເພື່ອສົ່ງເສີມຄວາມສາມັກຄີຮັກແພງເຊິ່ງກັນແລະກັນ.
ສໍາລັບນັກສຶກສາລາວ ໄດ້ນໍາເອົາອາຫານທີ່ເປັນເອກະລັກຂອງຊາດ ເຊັ່ນ: ເຂົ້າໜຽວ, ລາບ, ຕໍາໝາກຫຸ່ງ ເຄື່ອງດື່ມປະເພດກາເຟລາວ, ເບຍລາວ ແລະ ອື່ນໆ ໄປວາງສະແດງ ແລະ ເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ຊີມລົດຊາດ. ນອກຈາກນີ້ຍັງໄດ້ຂຶ້ນເວທີສະແດງສິລະປະເປົ່າແຄນ, ຟ້ອນ ແລະ ຮ້ອງເພັງລາວ ພ້ອມໆກັບການນຸ່ງເສື້ອຜ້າໄໝທີ່ເປັນວັດທະນະທໍາ ໜ້າອອນຊອນ ສາມາດດຶງດູດສາຍຕານັກສຶກສາສາກົນ ແລະ ນັກທ່ອງທ່ຽວເປັນພິເສດ.
May be an image of 7 people and text May be an image of 5 people and text
ອີງຕາມຂໍ້ມູນຈາກເວັບໄຊຟູນຄຣາມ (https://fulcrum.sg/tag/asean-china-relations/) ໃຫ້ຮູ້ວ່າ: ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ນັກສຶກສາຈາກອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ກາຍເປັນກຸ່ມນັກສຶກສາຕ່າງຊາດຫຼາຍທີ່ສຸດໃນຈີນ. ໃນສົກສຶກສາ 2021-2022, ນັກສຶກສາຈາກອາຊຽນ ມີປະມານ 30% ຂອງຈໍານວນນັກສຶກສາຕ່າງປະເທດ 100,000 ກວ່າຄົນທີ່ສຶກສາຢູ່ ຈີນ, ຂະນະທີ່ນັກສຶກສາຈີນ ປະມານ 62.000 ຄົນ ໄປສຶກສາຢູ່ໃນປະເທດສະມາຊິກອາຊຽນ. ຄາດວ່າໃນສົກສຶກສາ 2025-206 ນີ້, ຈີນ ຈະບັນລຸຈຳນວນການແລກປ່ຽນນັກສຶກສາສອງສົ້ນລະຫວ່າງຈີນ ແລະ ອາຊຽນທັງໝົດ 300,000 ຄົນ, ໃນນັ້ນ, ຄາດວ່ານັກສຶກສາລາວທີ່ມາສຶກສາຢູ່ປະເທດຈີນ ອາດມີສູງເຖິງ 30,000 ຄົນ, ເພີ່ມຂຶ້ນປະມານ 10%-15% ເມື່ອທຽບໃສ່ສົກສຶກສາ 2024-2025.