ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຂະບວນການ ບໍລິຈາກເລືອດຊ່ວຍເຫລືອສັງຄົມ.

Sep 24, 2025

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ບໍລິສັດເບຍລາວ, ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ໃນວັນທີ 22 ກັນຍາ 2025 ທີ່ສຳນັກງານໃຫຍ່ ບໍລິສັດເບຍລາວ ເພື່ອເປັນການປະກອບສ່ວນຊຸກຍູ້ ຕໍ່ວຽກງານມະນຸດສະທຳ ແລະ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ.
ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ການຈັດກິດຈະກຳບໍລິຈາກເລືອດຄັ້ງນີ້, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການສ້າງຕັ້ງກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນການປະກອບສ່ວນຊຸກຍູ້ວຽກງານມະນຸດສະທຳ ແລະ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ. ພ້ອມນີ້, ທ່ານຍັງໄດ້ເຊີນຊວນ ບຸກຄົນທີ່ມີຄວາມພ້ອມທາງດ້ານຮ່າງກາຍ, ມີສຸຂະພາບແຂງແຮງ, ຜູ້ທີ່ມີເງື່ອນໄຂ ຈົ່ງພ້ອມກັນສະໝັກໃຈຮ່ວມບໍລິຈາກເລືອດຢູ່ສູນເລືອດແຫ່ງຊາດ, ສູນເລືອດແຂວງ ເພື່ອໃຫ້ມີເລືອດພຽງພໍ, ປອດໄພ ແລະ ຕອບສະໜອງໃຫ້ໄດ້ທັນເວລາ.
May be an image of 1 person, dais and text May be an image of 2 people and text
ໂອກາດນີ້, ທ່ານ ເຮນຣິກ ຈູລ ແອນເດີແຊນ ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ຈຳກັດ ໄດ້ກ່າວວ່າ: ການບໍລິຈາກເລືອດ ແມ່ນມີຄວາມສຳຄັນ ເຊິ່ງສາມາດຊ່ວຍເຫຼືອຊີວິດເພື່ອນມະນຸດດ້ວຍກັນ, ທັງເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງຜົນຕອບແທນ. ເລືອດມີຄວາມສຳຄັນຕໍ່ກັບຮ່າງກາຍຂອງຄົນ, ສາມາດຫລຸດຜ່ອນອັດຕາການຕາຍໄດ້. ໃນໄລຍະຜ່ານມາ, ບໍລິສັດ ເບຍລາວ ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອກິດຈະກຳບໍລິຈາກເລືອດໃນຮູບແບບຕ່າງໆ ເປັນຕົ້ນ ມອບລົດຕູ້ໃຫ້ສະຖາບັນເລືອດ ເພື່ອນຳໃຊ້ເຂົ້າໃນວຽກງານ ກິດຈະກຳຮັບບໍລິການເລືອດ, ສ້າງຂະບວນການບໍລິຈາກເລືອດ ເຊິ່ງສາມາດລະດົມພະນັກງານ ເຂົ້າຮ່ວມບໍລິຈາກເລືອດໄດ້ປະມານ 500 ຖົງ/ປີ.
May be an image of 5 people, people golfing, hospital and text May be an image of 4 people, people studying and text
ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ກ່າວວ່າ: ກິດຈະກຳໃນຄັ້ງນີ້ມີຜູ້ບໍລິຈາກເລືອດຈຳນວນ 69 ຖົງ. ທ່ານໃຫ້ຮູ້ຕື່ມວ່າ : ເລືອດເປັນສິ່ງໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ ເຂົ້າໃນການປິ່ນປົວ. ສະນັ້ນ, ການປຸກລະດົມຂົນຂວາຍ ການບໍລິຈາກເລືອດແມ່ນມີຄວາມຈຳເປັນທີ່ສຸດ ເຊິ່ງການບໍລິຈາກເລືອດຂອງທ່ານ ແມ່ນການຕໍ່ຊີວິດ, ຕໍ່ລົມຫາຍໃຈໃຫ້ກັບເພື່ອນມິດ, ຕໍ່ລົມຫາຍໃຈໃຫ້ກັບຄົນເຈັບ ເປັນຕົ້ນ ການຜ່າຕັດ, ອຸບັດເຫດ, ແມ່ຍິງຖືພາ, ການເກີດລູກທີ່ມີອາການສົນ, ມະເຮັງ, ໄຂ່ຫລັງຊຸດໂຊມ ແລະ ອື່ນໆ ເຊິ່ງການມີເລືອດສໍາຮອງຢູ່ໃນສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈຳເປັນຫລາຍ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບໃຫ້ທັນເວລາ.
May be an image of 6 people, hospital and text May be an image of 3 people, hospital and text
ຂ່າວ : ອຳໄພວັນ