ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ 12 ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ກັນຍາ 2025 ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆອັດຕະປື. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 247 ສະຫາຍ, ຍິງ 36 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 11.228 ສະຫາຍ.
ສະຫາຍ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ມີຄຳເຫັນໄຂກອງປະຊຸມວ່າ: ໃນທ່າມກາງທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ກໍຄືປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ພວມຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ, ແຂວງອັດຕະປື ໄດ້ສຳເລັດການນຳພາຊີ້ນຳ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ 11 ຂອງອົງຄະນະພັກແຂວງ ,ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງມີຫຼາຍດ້ານໄດ້ຮັບຜົນສຳເລັດ ກາຍເປັນຜົນງານ ແລະ ໄຊຊະນະຂອງທົ່ວອົງຄະນະພັກແຂວງ. ມາຮອດປັດຈຸບັດ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ພວມສຳເລັດການປັກດຳນາປີຢ່າງເປັນຂະບວນຟົດຟື້ນ, ສຳລັບການຟື້ນຟູພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນເຊປຽນເຊນໍ້ານ້ອຍແຕກ ມາຮອດປັດຈຸບັນຍ້ອນການນຳພາຊີ້ນຳຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງ ແລະ ອົງການປົກຄອງເມືອງສະໜາມໄຊ ເຮັດໃຫ້ການຟື້ນຟູຜົນກະທົບໄດ້ຮັບການແກ້ໄຂເກືອບສຳເລັດ 100 ສ່ວນຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນມີການຫັນປ່ຽນໄປໃນທາງທີ່ດີຂຶ້ນ. ກອງປະຊຸມໃຫ່ຍຄັ້ງນີ້, ຈະໄດ້ສະຫຼຸບຕີລາຄືນຜົນງານການນໍາພາຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ 11 ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ຂອງແຂວງ ໃນໄລຍະ 5 ປີຜ່ານມາ ລວມທັງທິດທາງແຜນການພັດທະນາແຂວງໃນ 5 ປີຕໍ່ໜ້າ ແລະ ບັນດາໂຄງການວຽກງານຈຸດສຸມຈຳນວນໜຶ່ງ, ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໜ່ ແລະ ຮັບຟັງການໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອເປັນເຂັມຊີ້ທິດເຍືອງທາງ ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງອົງຄະນະແຂວງອັດຕະປື ຄັ້ງນີ້ ໃຫ້ໄດ້ຮັບປະສິດທິຜົນ ແລະ ມີຄຸນນະພາບເປັນຢ່າງດີ, ສ້າງໃຫ້ແຂວງອັດຕະປືກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານໃນຊຸມປີຕໍ່ໜ້າ.




