ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊິ່ນຈ່ຽງ ນັບມື້ຈະເລີນຮຸ່ງເຮືອງ ແລະ ເປັນດິນແດນແຫ່ງມົນສະເໜ່ໃນດຶງດູດການທ່ອງທ່ຽວຂອງຈີນ

Sep 26, 2025

ຊິ່ນຈ່ຽງ ນັບມື້ຈະເລີນຮຸ່ງເຮືອງ ແລະ ເປັນດິນແດນແຫ່ງມົນສະເໜ່ໃນດຶງດູດການທ່ອງທ່ຽວຂອງຈີນ

ເຂດ​ປົ​ກຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງ ແມ່ນເຂດປົກຄອງຕົນເອງແຫ່ງທໍາອິດຂອງຈີນ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອຂອງປະເທດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955 ໂດຍມີເມືອງອູຣຸມຊີ ເປັນເມືອງຫຼວງ, ເປັນເຂດທີ່ມີເນື້ອທີ່ກວ້າງໃຫຍ່ທີ່ສຸດຂອງຈີນ ຄື ມີເນື້ອທີ່ຫຼາຍກວ່າ 1,6 ລ້ານກິໂລຕາແມັດ ແລະ ເປັນພື້ນທີ່ສໍາຄັນໃນເສັ້ນທາງສາຍໄໝທາງບົກ ເຊິ່ງເປັນເສັ້ນທາງການຄ້າສໍາຄັນໃນສະໄໝບູຮານທີ່ເຊື່ອມໂຍງຈີນໄປຫາອິນເດຍ ແລະ ຕາເວັນອອກກາງ ຫຼື ໃນອະດີດເອີ້ນວ່າ: ເຂດເປີເຊຍ ແລະ ໄປສິ້ນສຸດຢູ່ເອີຣົບ.

ປີນີ້, ແມ່ນ​ປີ ​ຄົບ​ຮອບ 70 ປີ ຂອງການສ້າງຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງ​ຈີນ​. ເມື່ອບໍ່ດົນມານີ້, ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ປື້ມ​ປົກ​ຂ່າວ​ “​ຜົນສຳ​ເລັດຕົວຈິງໃນການຈັດຕັ້ງປະຕິບັດ​​ແຜນ​ຍຸດ​ທະ​ສາດ​ປົກ​ຄອງ​ເຂດ​ຊິ່ນ​ຈ່ຽງ​ຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໃນ​ຍຸກ​ໃໝ່” ໂດຍໄດ້ຢັ້ງຢືນວ່າ: ມາຮອດປັດຈຸບັນ ເຂດຊິ່ນຈ່ຽງ ໄດ້ຮັບການພັດທະນາດີຂຶ້ນຢ່າງຮອບດ້ານແບບບໍ່ເຄີຍມີມາກ່ອນ. ໃນນີ້, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ (BRI)” ຖືເປັນການຟື້ນຟູຊີວິດ “ເສັ້ນທາງສາຍໄໝໃນຍຸກໃໝ່” ເຊິ່ງມີສ່ວນສໍາຄັນຢ່າງຍິ່ງໃນການປ່ຽນໂສມໜ້າໃໝ່ຂອງເຂດຊິ່ນຈ່ຽງ ໃຫ້ກາຍເປັນດິນແດນແຫ່ງການພັດທະນາທີ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະດ້ານ.

ການພັດທະນາເສດຖະກິດ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊິ່ນຈ່ຽງທີ່ສໍາຜັດໄດ້ຢ່າງເປັນຮູບປະທໍາຊັດເຈນ ເຊັ່ນ: ລົດໄຟຄວາມໄວສູງທີ່ເຊື່ອມຕໍ່ເມືອງຕ່າງໆ ໃນຊິ່ນຈ່ຽງ ທີ່ບໍ່ພຽງແຕ່ເຮັດໃຫ້ການເດີນທາງ ກໍຄື ການຂົນສົ່ງສິນຄ້າມີຄວາມສະດວກສະບາຍ ແລະ ວ່ອງໄວ ເທົ່ານັ້ນ, ຍັງຊ່ວຍສ້າງວຽກເຮັດງານທໍາໃຫ້ຊາວຊິ່ນຈ່ຽງໄດ້ເປັນຢ່າງດີ. ນອກຈາກນີ້, ເສັ້ນທາງລົດໄຟຄວາມໄວສູງ ແລະ ຖ້ຽວບິນຕ່າງໆ ອີກຈໍານວນຫຼາຍ ຍັງເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງໄປທ່ອງທ່ຽວເຂດຊິ່ນຈ່ຽງຢ່າງຟົດຟື້ນ ໂດຍສະເພາະໃນໄລຍະ 1-2 ປີ ມານີ້ ມີການຄົ້ນຫາຂໍ້ມູນການທ່ອງທ່ຽວຊິນຈຽງເພີ່ມຂຶ້ນເຖິງ 10 ເທົ່າ.

ອີງຕາມຂໍ້ມູນຈາກປຶ້ມປົກຂາວດັ່ງກ່າວ ສະແດງໃຫ້ເຫັນວ່າ: ຕະຫຼອດໄລຍະ 70 ປີ ຜ່ານມາ, ເຂດຊິ່ນຈ່ຽງ ໄດ້ຮັບການພັດທະນາພື້ນຖານໂຄງລ່າງຢ່າງຮອບດ້ານ, ເຊິ່ງເຫັນ ໄລຍະທາງການດໍາເນີນງານຂອງທາງລົດໄຟ ແລະ ເຄືອຂ່າຍທາງຫຼວງ ມາຮອດປີ 2024 ຢູ່ທີ່ 9,202 ກິໂລແມັດ ແລະ 230,000 ກິໂລແມັດ ຕາມລຳດັບ. ນອກນີ້ ຍັງມີເສັ້ນທາງການບິນພົນລະເຮືອນທັງໝົດ 595 ເສັ້ນ, ໃນນັ້ນ 25 ເສັ້ນເປັນເສັ້ນທາງສາກົນ. ການພັດທະນາເສດຖະກິດຂອງເຂດ​ຊິ່ນ​ຈ່ຽງຂະຫຍາຍຕົວຢ່າງວ່ອງໄວ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໄດ້ເພີ່ມຂຶ້ນຈາກ 1,23 ຕື້ຢວນໃນປີ 1955 ມາເປັນ 2,050 ຕື້ຢວນໃນປີ 2024 ຜ່ານມານີ້. ອາຍຸຍືນຄາດຄະເນຂອງປະຊາຊົນພາຍໃນເຂດຊິ່ນຈ່ຽງ ເພີ່ມຂຶ້ນຈາກ 30 ປີ ໃນປີ 1949 ເປັນ 77 ປີ ໃນປີ 2024.

ທາງດ້ານການນໍາໃຊ້ປະໂຫຍດຈາກຊັບພະຍາກອນທໍາມະຊາດ ແລະ ຄວາມສາມາດດ້ານກະສິກໍາ ແລະ ອຸດສາຫະກໍາ, ເຂດຊິ່ນຈ່ຽງ ໄດ້ສຸມໃສ່ພັດທະນາອຸດສາຫະກໍາທີ່ທັນສະໄໝດ້ວຍຂໍ້ໄດ້ປຽບທີ່ເປັນເອກະລັກຂອງຕົນ ເຮັດໃຫ້ເຂດຊິ່ນຈ່ຽງເປັນຜູ້ຜະລິດຝ້າຍອັນດັບຕົ້ນໆ ຂອງຈີນ ເປັນເວລາ 32 ປີຕິດຕໍ່ກັນ ແລະ ມີອັດຕາການໃຊ້ເຄື່ອງຈັກເຂົ້າໃນການຜະລິດສູງເຖິງ 97%. ສໍາລັບການຕໍ່ສູ້ກັບການກາຍເປັນທະເລຊາຍໃນຂອບເຂດທະເລຊາຍຕາລີມາການ (Taklimakan) ໄດ້ຮັບການສົ່ງເສີມ ເຮັດໃຫ້ຂອບເຂດດັ່ງກ່າວປັດຈຸບັນອ້ອມຮອບໄປດ້ວຍພື້ນທີ່ສີຂຽວທີ່ປິດກັ້ນທະເລຊາຍໄລຍະຍາວ 3,046 ກິໂລແມັດ ເຊິ່ງຍາວທີ່ສຸດໃນໂລກ.

ສໍາລັບມົນສະເໜີຂອງເຂດຊິ່ນຈ່ຽງ ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນທິວທັດທໍາມະຊາດທີ່ສວຍງາມ, ຈາກຈອມພູສູງ ແລະ ຫ້ວຍນ້ໍາເລິກຈົນເຖິງທະເລຊາຍທີ່ກວ້າງໃຫຍ່ໄພສານ ແລະ ທະເລສາບທີ່ງຽບສະຫງົບ ໄດ້ກາຍເປັນຈຸດໝາຍ ປາຍທາງທີ່ຕ້ອງໄປຢ້ຽມຢາມສໍາລັບຜູ້ທີ່ຕ້ອງການຮູ້ຄຸນຄ່າຂອງຄວາມມະຫັດສະຈັນທາງດ້ານວັດທະນະທໍາ ແລະ ທໍາມະຊາດ ເຊັ່ນ: ພູທຽນຊານ (Tianshan Mountain), ທະ ເລສາບຊ່າຍຫລີ່ມູ່ (Xialimu Lake), ຊາກບູຮານຈຽວເຫີ (Jiaohe), ເມືອງເກົ່າ ຄາສກາ (Kashgar Old Town), ເມືອງອີ້ໝິງ ແລະ ອື່ນໆ.

ອີງຕາມຂໍ້ມູນຈາກສໍານັກວັດທະນະທໍາ ແລະ ການທ່ອງທ່ຽວເຂດ​ປົກ​ຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ເຂດຊິນຈຽງ ຕ້ອນຮັບນັກທ່ອງທ່ຽວເຖິງ 302 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2023. ສ່ວນໃນໄລຍະ 6 ເດືອນຕົ້ນປີ 2025 ໄດ້ຕ້ອນຮັບນັກທ່ອງທ່ຽວແລ້ວ 132 ລ້ານເທື່ອຄົນ. ນອກຈາກນີ້ ເຂດຊິນຈ່ຽງຍັງມີເປົ້າຫມາຍທີ່ຈະກາຍເປັນສະຖານທີ່ທ່ອງທ່ຽວສາກົນ. ນັບແຕ່ເດືອນກໍລະກົດເປັນຕົ້ນມາ, ສູນຮ່ວມມືເຂດຊາຍແດນຈີນ-ກາຊັກສະຖານ ຮໍກອສ (Horgos) ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດຢ່າງຟົດຟື້ນໂດຍຜ່ານການທ່ອງທ່ຽວເຂດຊາຍແດນ, ການຄ້າຂ້າມຊາຍແດນແລະການຄ້າ. ມາຮອດວັນທີ 11 ກໍລະກົດປີນີ້, ສູນດັ່ງກ່າວມີຜູ້ເຂົ້າຢ້ຽມຊົມ 5 ລ້ານເທື່ອຄົນ, ເພີ່ມຂຶ້ນ 73% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນອກຈາກບັນດາແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈແລ້ວ, ເຂດຊິ່ນຈ່ຽງຍັງເປັນດິນແດນແຫ່ງສາວງາມທີ່ເປັນດາລາທີ່ມີຊື່ສຽງໂດດເດັ່ນໃນວົງການບັນເທີງຂອງຈີນຫຼາຍຄົນ ເຊັ່ນ: ຕີລີເລີປາ(迪丽热巴),  ກູ້ລີ່ ນາຈາ(古力娜扎), ມາດິນ່າ ເມເມດ (麥迪娜·買買提), ຖົງລີ້ຢາ (佟麗婭), ອາໜີ່ເຄີຈື ( 哈妮克孜) ແລະ ອື່ນໆ.

ເວົ້າໄດ້ວ່າ ຕະຫຼອດໄລຍະ 7 ທົດສະວັດຜ່ານມານີ້, ການພັດທະນາເສດຖະກິດ-ສັງຄົມຂອງເຂດ​ປົກ​ຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງຂອງຈີນ ເຕີບໂຕຢ່າງວ່ອງໄວ ແລະ ຍັງສືບຕໍ່ຢູ່ໃນໄລຍະເວລາແຫ່ງການພັດທະນາທີ່ມີຄວາມຈະເລີນຮຸ່ງເຮືອງທີ່ສຸດແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ, ແລະ ດ້ວຍມົນສະເໜ່ຕ່າງໆ ພາຍໃນເຂດດັ່ງກ່າວ, ລວມທັງການຄົມມະນາຄົມທີ່ສະດວກສະບາຍ ເຮັດໃຫ້ທຸກມື້ນີ້ເຂດຊິນຈ່ຽງກາຍເປັນໜຶ່ງໃນຈຸດປາຍປາຍທາງການທ່ອງທ່ຽວຍອດນິຍົມອັນດັບຕົ້ນໆ ຂອງຈີນ ທີ່ພ້ອມຍິນດີຕ້ອນຮັບນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດໄປສໍາຜັດກັບດິນແດນແຫ່ງນີ້ດ້ວຍຄວາມຈິງໃຈ ແລະ ໄດ້ເຮັດໃຫ້ການທ່ອງທ່ຽວກາຍເປັນອຸດສາຫະກໍາໜຶ່ງທີ່ສໍາຄັນຕົ້ນຕໍໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງເຂດຊິ່ນຈ່ຽງໃຫ້ເຕີບໂຕຢ່າງບໍ່ຢຸດຢັ້ງ.