ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 1 ວັນເຄິ່ງ(25-26 ກັນຍາ 2025) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນວ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຜູ້ແທນສົມບູນຈໍານວນ 373 ສະຫາຍ, ບັນດານັກປະຕິວັດອາວຸໂສບຳນານ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ນັກຮຽນຮູ້ປັນຍາຊົນ ແລະ ແຂກຮັບເຊີນ.
ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນໄດ້ລົງປະຊາມະຕິຮັບຮອງເອົາບັນດາເນື້ອໃນສໍາຄັນ ແລະ ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມທັງສອງພາກ ລວມທັງບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ນວ ສະໄໝທີ VII; ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງອົງຄະນະພັກ ນວ ໄລຍະ 5 ປີຜ່ານມາ; ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງແຜນການ, ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ໃນນັ້ນ, ຈະສູ້ຊົນເີັດໃຫ້ອັດຕາການເຕີບໂຕຂອງເສດຖະກິດຂະຫຍາຍຕົວໃນລະດັບ 8%, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຮອດປີ 2030 ບັນລຸ 153,292.02 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໄດ້ຮັບ 134.24 ລ້ານກີບ. ສ້າງນະຄອນຫຼວງວຽງຈັນ ໃຫ້ກາຍເປັນສູນກາງເສດຖະກິດ-ສັງຄົມ ທີ່ມີຄວາມທັນສະໄໝ ສິວິໄລ ແລະ ເຂັ້ມແຂງຮອບດ້ານ.

ກອງປະຊຸມໃຫຍ່ໄດ້ເປັນເອກະພາບໃນລະດັບສູງເລືອກຕັ້ງເອົາຄະນະບໍລິຫານງານພັກ ນວ ຊຸດໃໝ່ ມີຜູ້ລົງຮັບສະໝັກ ຈໍານວນ 46 ສະຫາຍ, ເລືອກເອົາ 41 ສະຫາຍ ຍິງ 8 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຕົກລົງເລືອກເອົາສະຫາຍ ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ ນວ, ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະຫາຍ ສີລິລາດທັງສິນ ທອງເພັງ ເປັນຮອງເລຂາຄະນະບໍລິຫານງານພັກ ນວ, ສະຫາຍ ບຸນເພັງ ສິນະວົງພອນ ເປັນປະທານຄະນະກວດກາພັກ ນວ.
ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຕາງໜ້າໃຫ້ພັກ-ລັດ ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ຄະນະພັກ-ຄະນະນໍາ ນວ ຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ, ເປັນການສະແດງໃຫ້ເຫັນເຖິງການນໍາພາ-ຊີ້ນໍາ ອັນເຂັ້ມແຂງ, ສຸມສະຕິບັນຍາ ເຊີດຊູຄວາມຮັບຜິດຊອບ, ຄວາມຮູ້, ຄວາມ ສາມາດ ແລະ ເຫື່ອແຮງ ຂອງອົງຄະນະພັກ ກໍຄືຂອງຊາວ ນວ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຄະນະບໍລິຫານງານພັກ ນວ ຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງ ກໍ່ສ້າງພັກ, ກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງຮອບດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ຄື:ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາ ນວ ກ້າວຂຶ້ນສູຈຸດໝາຍສັງຄົມນິຍົມ ຢ່າງບໍ່ຫວັ່ນໄຫວຄອຍແຄນ. ໃຫ້ບັດດາສະຫາຍຄະນະພັກ ສືບຕໍ່ເອົາໃຈໃສດ້ານການເມືອງແນວຄິດ, ໃຫ້ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ເປັນຫຼັກ, ຕ້ອງເຮັດໃຫ້ເລິກເຊິ່ງກວ່າເກົ່າ ທັງເຮັດໃຫ້ຖືກກັບເປົ້າໝາຍ ທີ່ຢາກແກ້ໄຂ ດ້ວຍຫຼາຍວິທີການ ແລະ ຫຼາຍມາດຕະການ, ໂດຍໃຫ້ສັງຄົມທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ, ພັດທະນາເສດຖະກິດ ນວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຂັ້ມແຂງ ແລະ ເປັນເອກະລາດ ເປັນເຈົ້າຕົນເອງ, ໂຄງປະກອບເສດຖະກິດກະສິກຳ, ອຸດສາຫະກຳ ແລະ ບໍລິການ ຂະຫຍາຍຕົວຢ່າງກົມກຽວ ແລະ ຖືກທິດ ຖືກທາງ ຕາມກົນໄກຕະຫຼາດທີ່ມີການດັດສົມຂອງລັດ ແລະ ວຽກງານອື່ນໆ. ບັນດາສະຫາຍຄະນະພັກຊຸດໃໝ່ ໃຫ້ສືບຕໍ່ນໍາພາຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳ ລະອຽດ ໃນການຈັດຕັ້ງປະຕິບັດ, ໂດຍເລີ່ມຈາກການເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກ ລົງໄປເຖິງຮາກຖານພັກ ແຕ່ລະຂັ້ນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການຮ່ວມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນຂະບວນການຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ, ໃຫ້ຮີບຮ້ອນແບ່ງວຽກ-ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກໃຫ້ລະອຽດ, ຈະແຈ້ງ ເຮັດໃຫ້ນະຄອນຫຼວງວຽງຈັນ ກາຍເປັນນະຄອນທີ່ໜ້າຢູ່, ຍືນຍົງ ສິວິໄລ ແລະ ທັນສະໄໝ.

ຂ່າວ-ພາບ : ວສລ


