ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີຄັ້ງທີ 12 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 29 ກັນຍາ 2025 ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14.241 ສະຫາຍ.

ສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ມີຄຳເຫັນໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະດໍາເນີນເປັນເວລາ 1 ວັນເຄິ່ງ, ພວກເຮົາຈະໄດ້ພ້ອມກັນປະຕິບັດໜ້າທີ່ອັນມີກຽດສະຫງ່າ, ຜ່ານການກວດກາຢ່າງເລິກເຊິ່ງຕາມຫຼັກການວິທະຍາສາດ ແລະ ພາວະວິໄສ ເພື່ອສັງເກດຕີລາຄາຄືນການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງໃນໄລຍະ 5 ປີຜ່ານມາ, ຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ ຄັ້ງທີ 11 ຂອງອົງຄະນະພັກແຂວງ. ພ້ອມທັງຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາທິດທາງຍຸດທະສາດ, ໜ້າທີ່ຕົ້ນຕໍ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2025-2030) ເພື່ອສືບຕໍ່ນຳພາແຂວງຜົ້ງສາລີ ກ້າວຂຶ້ນຢ່າງໜັກແໜ້ນ, ຜ່ານຜ່າທຸກຄວາມທ້າທາຍ, ໄຂສັງກາດໃໝ່ແຫ່ງການພັດທະນາຕາມເສັ້ນທາງສັງຄົມນິຍົມອັນສະຫວ່າງສະໄຫວ. ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັມຊີ້ທິດເຍືອງທາງ ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງອົງຄະນະພັກແຂວງໃຫ້ໄດ້ຮັບປະສິດທິຜົນ ແລະ ມີຄຸນນະພາບດີ ສ້າງແຂວງຜົ້ງສາລີ ໃຫ້ກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານໃນຊຸມປີຕໍ່ໜ້າ.



