ຕອນເຊົ້າວັນທີ 29 ກັນຍາ 2025, ຄະນະບໍລິຫານງານພັກ, ເລຂາ-ຮອງເລຂາບັນດາໜ່ວຍພັກຮາກຖານ, ຫົວໜ້າກົມ ແລະ ປະທານ-ເລຂາ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ຂຶ້ນກັບອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍ ສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ສວນດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ (ຫຼັກ 6) ໃນໂອກາດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຈະໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ກັນຍາ 2025.

ການວາງພວງມາລາ ແລະ ວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອສະແດງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີອັນປະເສີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງເພິ່ນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


