ວັນທີ 26 ກັນຍາ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບລາງວັນ ຢູນີເທວ ເຄື່ອຂ່າຍມືຖືດີທີ່ສຸດ ຈາກບໍລິສັດ Ookla ຕາງໜ້າມອບໂດຍ ທ່ານ ຊູສິລາ ຈອນສຕັນ ຫົວໜ້າຝ່າຍ APAC ບໍລິສັດ Ookla ແລະ ຕາງໜ້າຮັບໂດຍ ທ່ານ ຟານ ຊວນ ເລືອງ ຮອງຜູ້ອຳນວຍການໃຫຍ່ເຕັກນິກ ບໍລິສັດ Star Telecom (Unitel).
ບໍລິສັດ ສະຕາໂທລະຄົມ (Unitel) ຜູ້ໃຫ້ບໍລິການໂທລະຄົມມະນາຄົມຊັ້ນນໍາຂອງລາວ, ໄດ້ປະກາດຜົນສໍາເລັດອັນສໍາຄັນ ໂດຍໄດ້ຮັບລາງວັນ “Best Mobile Network Award” ຈາກ Ookla
Speedtest
ໃນ 6 ເດືອນຕົ້ນປີ 2025. ໂດຍໄດ້ຄະແນນ Speedtest Connectivity Score ສູງສຸດທີ່, ເປັນອັນດັບ 1 ໃນປະເທດ. Speedtest Award ຂອງ Ookla ຖືເປັນລາງວັນຊັ້ນນໍາລະດັບໂລກ ທີ່ມອບໃຫ້ຜູ້ໃຫ້ບໍລິການເຄືອຂ່າຍມືຖື ໂດຍອີງໃສ່ຂໍ້ມູນການນໍາໃຊ້ຕົວຈິງຫຼາຍກວ່າ 11 ລ້ານເທື່ອຕໍ່ມື້, ຈາກຜູ້ໃຊ້ຫຼາຍກວ່າ 600 ລ້ານຄົນທົ່ວໂລກ. ການຄັດເລືອກໃນຄັ້ງນີ້ໃຊ້ວິທີການປະເມີນແບບໃໝ່ ລວມມີ 3 ດ້ານຫຼັກຄື: Speed Score: ຄວາມໄວໃນການດາວໂຫຼດ, ອັບໂຫຼດ ແລະ ຄວາມຊັກຊ້າ (50%). Web Browsing Score: ປະສົບການການທ່ອງເວັບ ແລະ ຄວາມໄວໃນການໂຫຼດໜ້າເວັບ (25%). Video Streaming Score: ຄຸນນະພາບການສະຕີມວິດີໂອ, ຄວາມຕໍ່ເນື່ອງ ແລະ ຄວາມຄົມຊັດ (25%)

ຈາກຜົນການປະເມີນສະທ້ອນໃຫ້ເຫັນວ່າ: ຢູນີເທວ ບໍ່ພຽງແຕ່ເປັນເຄືອຂ່າຍທີ່ໄວທີ່ສຸດ, ແຕ່ຍັງມອບປະສົບການນໍາໃຊ້ທີ່ດີເລີດ, ຄວບຄຸມທັງຄວາມໄວ, ຄວາມສະຖຽນ ແລະ ຄຸນນະພາບໃນຊີວິດປະຈໍາວັນຂອງຜູ້ໃຊ້ງານຕົວຈິງ.
ນອກຈາກນີ້, ຍັງມີການມອບຂັນລາງວັນ ແລະ ໃບປະກາດກຽດຕິຄຸນ ຈາກ Ookla, ລວມທັງແຜນຈັດພິທີມອບລາງວັນຢ່າງເປັນທາງການຢູ່ປະເທດລາວ ໂດຍມີຜູ້ບໍລິຫານລະດັບສູງຂອງ Ookla ເຂົ້າຮ່ວມ.
ທ່ານ ຟານ ຊວນ ເລືອງ, ຮອງຜູ້ອຳນວຍການໃຫຍ່ເຕັກນິກ Star Telecom (Unitel) ໄດ້ຢືນຢັນຄວາມເປັນຜູ້ນໍາດ້ານເຄືອຂ່າຍມືຖືຢູ່ໃນລາວ ພ້ອມທັງສືບຕໍ່ເດີນໜ້າສ້າງສັງຄົມດິຈິຕອນທີ່ຄອບຄຸມ ແລະ ຍືນຍົງສໍາລັບທຸກຄົນ.



