ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ວທ ຄັ້ງທີ VI.

Sep 29, 2025

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຄັ້ງທີ VI ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ກັນຍານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ພາຍໃຕ້ຄຳຂວັນ “ ບຸກຄະລາກອນເຂັ້ມແຂງ-ຄຸ້ມຄອງສັກສິດ ວັດທະນະທຳສີວິໄລ ທ່ອງທ່ຽວຍືນຍົງ ຫັນເປັນອຸດ ສາຫະກຳເທື່ອລະກ້າວ ” ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ວທ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ ປະທານກວດກາແຫ່ງລັດ, ບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of 6 people, dais and text
ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກກະຊວງ ວທ ສະໄໝທີ V (2021-2025) ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ວທ ໄດ້ຜັນຂະຫຍາຍຈັດຕັ້ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ, ປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຄັ້ງທີ V ກໍຄືແຜນພັດທະນາວຽກງານ ວທ 5 ປີດ້ວຍຜົນສໍາເລັດຫຼາຍດ້ານ. ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກ; ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ; ຮັບຮອງເອົາແຜນພັດທະນາວຽກງານ ວທ ໃນ 5 ປີຕໍ່ໜ້າ; ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງ ສະໄໝທີ VI ແລະ ຄັດເລືອກເອົາຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງ ວທ ຄັ້ງທີ VI. ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ພົມມະທັດ ເພື່ອເປັນເຂັມທິດເຍືອງທາງໃຫ້ອົງຄະນະພັກກະຊວງ ວທ ໃນຕໍ່ໜ້າ.
May be an image of 3 people, dais and text
ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງພ້ອມກັນສຸມສະຕິປັນຍາໃຊ້ສິດປະຊາທິປະໄຕ ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄວ້າພິຈາລະ ນາບັນດາບັນຫາຕ່າງໆທີ່ກ່າວມາຂ້າງເທິງຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທະຍາສາດ ແລະ ຕຶກຕອງຢ່າງຖືກຕ້ອງ ບົນທັດສະນະຂອງພັກເພື່ອເຮັດໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ.
ຂ່າວ – ພາບ : ຍຸພິນທອງ