ໃນວັນທີ 25 ກັນຍາ 2025, ຄະນະຜູ້ເເທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 80 ເເລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ. ພິເສດ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີການຕ່າງປະເທດ ໄດ້ພົບປະກັບ ທ່ານ Xavier Bettel, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າເເຫ່ງ ລຸກຊໍາບວກ, ຊຶ່ງ ທ່ານ ລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈ ເເລະ ຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ເເລະ ລຸກຊໍາບວກ, ໂດຍສະເພາະ ການຊ່ວຍເຫຼືອໃນຂະແໜງການຕ່າງໆ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນຂະແໜງເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ແລະ ຫວັງວ່າຈະໄດ້ຮັບການສືບ ຕໍ່ສະໜັບສະໜູນ ພາຍຫຼັງ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ. ທ່ານ ຮອງນາຍົກ ລຸກຊໍາບວກ ໄດ້ກ່າວເຖິງຄວາມປະທັບໃຈໃນການໄດ້ຢ້ຽມຢາມ ສປປ ລາວ 2 ຄັ້ງຜ່ານມາ ຊຶ່ງເຮັດໃຫ້ເພິ່ນເຫັນໄດ້ສະພາບຕົວຈິງ ແລະ ຄວາມສໍາຄັນຂອງວຽກງານ ລບຕ ແລະ ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ລວມທັງໃນຂະແໜງວຽກງານອື່ນໆ ໃນຖານະເປັນຄູ່ຮ່ວມພັດທະນາ ທີ່ດີ.
ນອກຈາກນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ພົບປະສອງຝ່າຍກັບ ທ່ານ ນ. Rabab Fatima, ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສໍາລັບກຸ່ມປະເທດດ້ອຍພັດທະນາ (LDCs), ປະເທດກໍາລັງພັດທະນາທີ່ບໍ່ມີຊາຍເເດນຕິດກັບທະເລ (LLDCs), ເເລະ ປະເທດເກາະດອນນ້ອຍກຳລັງພັດທະນາ (SIDs), ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ທີ່ມີ ໝາກຜົນອັນເປັນຮູບປະທຳ. ພ້ອມດັຽວກັນນັ້ນ, ທັງສອງຝ່າຍກໍໄດ້ເນັ້ນໜັກຄືນກ່ຽວກັບການສືບຕໍ່ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະການອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.

ໃນຕອນບ່າຍຂອງວັນດຽວກັນນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ພົບປະກັບ ທ່ານ Haoliang Xu, ຮັກສາການຜູ້ອໍານວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ (UNDP) ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ແລະ UNDP ໂດຍສະເພາະໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການສືບຕໍ່ເຊື່ອມໂຍງ ປພຍ ເຂົ້າໃນ ແຜນການພັດທະນາເສດຖະກິດ–ສັງຄົມແຫ່ງຊາດ ທີ່ X, ການສ້າງ ສປປ ລາວ ໃຫ້ກາຍເປັນປະເທດທີ່ມີເສດຖະກິດເອກະລາດ, ເປັນເຈົ້າຕົນເອງ (ສອຈ) ພ້ອມທັງການປັບຕົວເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ.
ນອກຈາກນີ້, ໃນໄລຍະກອງປະຊຸມດັ່ງກ່າວ ໃນວັນທີ 25 ກັນຍາ 2025, ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງ ເນື່ອງໃນວາລະຄົບຮອບ 30 ປີ ຂອງເເຜນປະຕິບັດງານສາກົນ ສໍາລັບຊາວໜຸ່ມ (World Programme of Action for Youth – WPAY). ໃນກອງປະຊຸມດັ່າງກ່າວ ທ່ານ ທອງລີ ສີສຸລິດ ໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນຂອງຊາວໜຸ່ມ ໃນຖານະເປັນຜູ້ຂັບເຄື່ອນວຽກງານຕ່າງໆ ກໍຄືບົດບາດໃນຂະບວນການສ້າງສັນຕິພາບ, ການຄົ້ນຄິດວິທີການຮັບມື ເເລະ ເເກ້ໄຂບັນຫາສິ່ງເເວດລ້ອມ, ຄວາມສະເໝີພາບ ເເລະ ການຂັບເຄື່ອນໂລກດີຈີຕອນ. ພ້ອມນັ້ນ, ທ່ານ ຍັງໄດ້ລາຍງານຕໍ່ທີ່ປະຊຸມຊາບ ກ່ຽວກັບ ເເຜນພັດທະນາຊາວໜຸ່ມ ຄັ້ງທີ 3 (2026-2030) ເເລະ ເເຜນຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ເເຫ່ງ ຊາດ (2021-2030). ແຜນງານ ແລະ ຍຸດທະສາດເຫລົ່ານີ້ ລ້ວນເເລ້ວເເຕ່ເປັນການສະແດງໃຫ້ເຫັນເຖິງການຍົກສູງບົດບາດຂອງຊາວໜຸ່ມ ໃນການປະກອບສ່ວນຂັບເຄື່ອນການພັດທະນາ ປະເທດຊາດ.

ໃນວັນດຽວກັນນັ້ນ, ທ່ານ ອານຸພາບ ວົງໜໍ່ເເກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ພົບປະສອງຝ່າຍກັບ ທ່ານ Ted Chaiban, ຮອງອໍານວຍການ ຜູ້ຮັບຊີ້ນໍາວຽກງານປະຕິບັດການ ເເລະ ການສະໜອງການຊ່ວຍເຫຼືອ ດ້ານມະນຸດສະທໍາ, ເພື່ອປຶກສາບັນດາຫົວຂໍ້ປິ່ນອ້ອມ ເປັນຕົ້ນແມ່ນ ການຊົມເຊີຍການເປັນສະມາຊິກຄະນະບໍລິຫານງານ UNICEF ຂອງ ສປປ ລາວ, ບັນຫາລະເບີດບໍ່ທັນແຕກ ທີ່ ກະທົບຕໍ່ການພັດທະນາຂອງເດັກນ້ອຍ, ການຈັດຕັ້ງປະຕິບັດແຜນງານການຮ່ວມມື ສໍາລັບສົກປີ 2022–2026, ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະເດັກນ້ອຍ ແລະ ຊາວໜຸ່ມ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.
ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ


