ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງເອົາບົດລາຍງານຜົນການທົບທວນປະຈຳໄລຍະ (UPR) ຮອບວຽນທີ 4 ຂອງ ສປປ ລາວ.

Sep 29, 2025

ລະຫວ່າງວັນທີ 25-26 ກັນຍາ 2025, ຄະນະຜູ້ແທນລາວ ນໍາພາໂດຍ ທ່ານ ດາວວີ ວົງໄຊ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນຂອງລາວ ປະຈໍາ ຫ້ອງການອົງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ນະຄອນເຊີແນວ ປະເທດສະວິດ, ໄດ້ເຂົ້າຮ່ວມກອງປະຊຸມສະພາສິດທິມະນຸດ ຄັ້ງທີ 60 ວາລະການຮັບຮອງເອົາບົດລາຍງານຜົນການທົບທວນປະຈໍາໄລຍະ (UPR) ຮອບວຽນທີ 4 ຂອງ ສປປ ລາວ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຕາງໜ້າລັດຖະບານລາວ ນໍາສະເໜີບົດລາຍງານໂດຍຫຍໍ້ ໂດຍເນັ້ນເຖິງບົດບາດຄວາມສຳຄັນຂອງກົນໄກ UPR ຂອງສະພາສິດທິມະນຸດ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ປະເທດສະມາຊິກ ອົງການ ສປຊ ຢ່າງສ້າງສັນ, ເປັນທໍາ, ສະເໝີພາບ ແລະ ບໍ່ເລືອກປະຕິບັດ. ພ້ອມທັງໄດ້ແຈ້ງຜົນການພິຈາລະນາຂໍ້ສະເໜີແນະ ຈໍານວນທັງໝົດ 257 ຂໍ້ ທີ່ໄດ້ຮັບຈາກ 90 ປະເທດສະມາຊິກ ອົງການ ສປຊ ໃນການທົບທວນບົດລາຍງານແຫ່ງຊາດຂອງ ສປປ ລາວ ຮອບວຽນທີ 4 ໃນເດືອນເມສາ 2025. ໂດຍຜ່ານຂະບວນການເປິກສາຫາລືຫຼາຍຄັ້ງ ຮ່ວມກັບ ບັນດາຈຸດປະສານງານດ້ານສິດທິມະນຸດຈາກບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ. ໃນນັ້ນ, ສປປ ລາວ ໄດ້ເຫັນດີສະໜັບສະໜູນ 189 ຂໍ້ສະເໜີແນະ, ສະໜັບສະໜູນບາງສ່ວນ 7 ຂໍ້ສະເໜີແນະ ແລະ ບໍ່ສະໜັບສະໜູນ 61 ຂໍ້ສະເໜີແນະ. ທ່ານ ດາວວີ ວົງໄຊ ຍັງໄດ້ອະທິບາຍຊີ້ແຈງເຫດຜົນຕໍ່ການພິຈາລະນາສະໜັບສະໜູນ ຫຼື ບໍ່ສະໜັບສະໜູນບັນດາຂໍ້ສະເໜີແນະດັ່ງກ່າວ, ໂດຍອີງໃສ່ຄວາມສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ແຜນບຸລິມະສິດຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງານຂອງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ.
May be an image of 20 people, newsroom and text that says ':57 57 RDP LAO 04 04:57 57 ROPLAD RIESERIVE BCAVE BANGLADESA' May be an image of ‎6 people and ‎text that says '‎男 جرالن 4 ALIE UKRAINE SLO LAO LAOPDR A0PDR PDR‎'‎‎
ຈາກນັ້ນ, ປະທານກອງປະຊຸມໄດ້ເຊີນປະເທດສະມາຊິກ ແລະ ອົງການທີ່ກ່ຽວຂ້ອງ ປະກອບຄໍາເຫັນຕໍ່ບົດສະເໜີຂອງຫົວໜ້າຄະນະຜູ້ແທນລາວ. ຕໍ່ມາ ຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກ ແລະ ອົງການທີ່ກ່ຽວຂ້ອງທີ່ໄດ້ປະກອບຄຳເຫັນ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະການພິຈາລະນາວາລະດັ່ງກ່າວ ພ້ອມທັງ ໄດ້ແຈ້ງໃຫ້ຮູ້ກ່ຽວກັບຂັ້ນຕອນດຳເນີນງານຕໍ່ໄປ. ສຸດທ້າຍ, ກອງປະຊຸມໄດ້ຕົກລົງຮັບຮອງເອົາບົດລາຍງານຜົນການທົບທວນປະຈໍາໄລຍະ ຮອບວຽນທີ 4 ຂອງ ສປປ ລາວ ດ້ວຍຄວາມເປັນເອກະສັນ.
UPR ແມ່ນກົນໄກໜຶ່ງທີ່ສໍາຄັນຂອງສະພາສິດທິມະນຸດ ອົງການ ສປຊ, ສ້າງຕັ້ງຂຶ້ນໃນປີ 2006. ມີຈຸດປະສົງເພື່ອທົບທວນການປະຕິບັດສິດທິມະນຸດຂອງ 193 ປະເທດສະມາຊິກ ອົງການ ສປຊ ດ້ວຍກັນ (Peer to Peer Review), ຊຶ່ງມີພັນທະເຂົ້າຮ່ວມການທົບທວນໃນທຸກໆ 4 ປີເຄິ່ງ. ມາຮອດປັດຈຸບັນ, ສປປ ລາວ ໄດ້ເຂົ້າຮ່ວມ ກົນໄກ UPR ແລ້ວ 4 ຄັ້ງ ຄື:ຮອບວຽນທີ 1 ໃນປີ 2010, ຮອບວຽນທີ 2 ໃນປີ 2015, ຮອບວຽນທີ 3 ໃນປີ 2020 ແລະ ຮອບວຽນທີ 4 ໃນປີ 2025.
ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ