ວັນທີ 28 ກັນຍາ 2025, ວັນຄົນຫູໜວກສາກົນຄັ້ງທີ 68, ຮູບເງົາສາລະຄະດີ “ຄວາມປາດຖະໜາຂອງອໍານວຍການໂຮງຮຽນ” ໄດ້ອອກອາກາດທາງ ຊ່ອງ Discovery ແລະ ແພລດຟອມອື່ນໆ ທັງໃນ ແລະ ນອກປະເທດຈີນ. ຮູບເງົາສາລະຄະດີນີ້, ໃຊ້ເວລາເກືອບສອງປີໃນການຜະລິດ, ທີມງານຖ່າຍທໍາໄດ້ເດີນທາງຫຼາຍໝຶ່ນກິໂລແມັດ ລະຫວ່າງລາວ-ຈີນ ໄດ້ບັນທຶກມິດຕະພາບ ແລະ ການຊ່ວຍເຫຼືອຂ້າມຊາຍແດນລະຫວ່າງຜູ້ສອນການສຶກສາຜູ້ພິການຫູຈາກສອງປະເທດລາວ-ຈີນ.
ຢູ່ເຂດຊານເມືອງນອກນະຄອນຫຼວງວຽງຈັນ ມີໂຮງຮຽນສຶກສາພິເສດແຫ່ງໜຶ່ງຊື່ “ມືແຫ່ງຄວາມຫວັງ (Hands of Hope)”. ບ່ອນນີ້ບໍ່ແມ່ນພຽງແຕ່ເປັນ “ເຮືອນ” ຂອງເດັກນ້ອຍພິການຫູ 25 ຄົນເທົ່ານັ້ນ, ຍັງເປັນດິນແດນແຫ່ງຄວາມຝັນທີ່ຜູ້ອໍານວຍການຮຸ່ນ 90 ຊື່ ໂສພາພອນ ເຮືອງລິດ ໄດ້ປູກຝັງດ້ວຍຄວາມຮັກ ແລະ ເຫື່ອແຮງ. ເພື່ອປົກປ້ອງ ແລະ ສົ່ງເສີມການເຕີບໂຕຂອງເດັກພິການຫູ ຜູ້ອໍານວຍການ ໂສພາພອນ ເຮືອງລິດ ໄດ້ທຸ່ມເທສັບສິນທັງໝົດຂອງຕົນເພື່ອສ້າງຕັ້ງໂຮງຮຽນເອກະຊົນສໍາລັບເດັກນ້ອຍພິການຫູພຽງແຫ່ງດຽວໃນປະເທດລາວ ແຕ່ຍ້ອນຂາດແຄນອຸປະກອນ ແລະ ຄູອາຈານ ລວມທັງອຸປະສັກຫຼາຍຢ່າງ ຈຶ່ງກາຍເປັນບົດທົດສອບຄວາມມຸ່ງໝັ້ນຂອງ ທ່ານນາງ ໂສພາພອນ ເຮືອງລິດ ແລະ ທີມງານ.

ປີ 2022 ໃນຂະນະທີ່ສະໜອງພະລັງງານໄຟຟ້າໃຫ້ທາງລົດໄຟລາວ-ຈີນ ບໍລິສັດໄຟຟ້າພາກໃຕ້ຈີນໄດ້ຄົ້ນພົບໂຮງຮຽນພິເສດແຫ່ງນີ້. ເມື່ອເຫັນໄດ້ການຍືດໝັ້ນຂອງຜູ້ອໍານວຍການ ໂສພາພອນ ເຮືອງລິດ ໃນສະພາບທີ່ຍາກລໍາບາກ ເຂົາເຈົ້າໄດ້ເລີ່ມໂຄງການການກຸສົນ “ແສງແຫ່ງຄວາມຫວັງ” ໂດຍໄດ້ສົ່ງອຸປະກອນການສຶກສາໄປຊ່ວຍເຫຼືອໂຮງຮຽນ ເພື່ອປັບປຸງເງື່ອນໄຂການຮຽນການສອນໃຫ້ດີຂືນ.
ເພື່ອຊ່ວຍໃຫ້ຜູ້ອໍານວຍການ ໂສພາພອນ ເຮືອງລິດ ບັນລຸຄວາມປາດຖະໜາຈະໄປຮຽນຮູ້ປະສົບການໃນການສຶກສາເດັກພິການຫູຂອງຈີນ ຜູ້ອາສາສະໝັກ ຂອງບໍລິສັດໄຟຟ້າພາກໃຕ້ຈີນ ໄດ້ເລີ່ມດໍາເນີນ “ການປະຕິບັດງານຂ້າມຊາດ” ດ້ວຍການຊ່ວຍເຫຼືອໃຫ້ຜູ້ອຳນວຍການ ພ້ອມດ້ວຍຄະນະ ຂ້າມພູເຂົາຂ້າມແມ່ນ້ຳມາຮອດເຖິງແຂວງກວາງໂຈ່ວ ເພື່ອສັງເກດເບິ່ງລະບົບປົກປ້ອງ ແລະ ສົ່ງເສີມຄົນພິການຫູຂອງຈີນ: ຈາກການກວດຄັດເລືອກຕັ້ງແຕ່ເຊົ້າ, ການປູກຫູທຽມ, ການຝຶກຟື້ນຟູ, ການສຶກສາລວມແລະ ການມີສ່ວນຮ່ວມໃນສັງຄົມ ພ້ອມທັງໄດ້ທົດລອງປະສົບການກວດກາການໄດ້ຍິນ ແລະ ການແປພາສາມືອອນລາຍ ດ້ວຍເຕັກໂນໂລຢີທັນສະໄໝ ແລະອື່ນໆ

ການເດີນທາງໄປແຂວງກວາງໂຈວເທື່ອນີ້ ຜູ້ອໍານວຍການ ໂສພາພອນ ເຮືອງລິດ ໄດ້ພົບກັບ “ຕົນເອງໃນອະນາຄົດ” ນັ້ນກໍຄືທ່ານ ເຫີ ຈິ້ງຊຽນ ອະດີດຜູ້ອໍານວຍການໂຮງຮຽນຊີຊ່ອງກວາງໂຈວສໍາລັບເດັກພິການຫູ. ອະດີດຜູ້ອໍານວຍການຜູ້ນີ້ເປັນຜູ້ອຸທິດຕົນເຂົ້າໃນການສຶກສາເດັກພິການຫູມາຫຼາຍສິບປີ ແລະ ເປັນຜູ້ສົ່ງເສີມຄົນສໍາຄັນໃນການພັດທະນາການສຶກສາເດັກພິການຫູຢູ່ປະເທດຈີນ. ເພີ່ນໄດ້ແບ່ງປັນປະສົບການສອນ ແລະ ການບໍລິຫານດ້ານການສຶກສາເດັກພິການຫູຢ່າງເປີດຈິດເປີດໃຈ ພ້ອມທັງໃຫ້ກໍາລັງໃຈຕໍ່ທ່ານນາງ ໂສພາພອນ ເຮືອງລິດ ຍືດໝັ້ນໃນອຸດົມການແຕ່ຫົວທີຂອງຕົນ. ຜູ້ອໍານວຍການທັງສອງທ່ານ ມີອາຍຸຫ່າງກັນຫ້າສິບປີ ແລະ ບໍ່ສາມາດສື່ສານກັນໄດ້ດ້ວຍພາສາ ແຕ່ດ້ວຍຄວາມຮັກ ແລະ ຄວາມຫວັງຕໍ່ເດັກນ້ອຍພິການຫູ ທັງສອງທ່ານໄດ້ກາຍເປັນມິດຮ່ວມອຸດົມການ ແລະ ໄດ້ສ້າງມິດຕະພາບອັນເລິກເຊິ່ງຈາກຄວາມຝັນຮ່ວມກັນ.
ຫຼັງຈາກກັບຄືນມາປະເທດແລ້ວ, ທ່ານນາງ ໂສພາພອນ ເຮືອງລິດ ໄດ້ນໍາປະສົບການຈາກຈີນມາປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງຢູ່ໃນລາວ ແລະ ສ້າງ “ສູນຝຶກອົບຮົມທັກສະສໍາລັບຄົນພິການຫູຢູ່ໃນລາວ” ເພື່ອຊ່ວຍໃຫ້ຄົນພິການຫູສາມາດຫາລາຍໄດ້ ໂດຍການຜະລິດຫັດຖະກໍາ ແລະ ສາມາດເປັນເອກະລາດທາງເສດຖະກິດ. ຈາກປະສົບການຂອງທ່ານນາງໃນຈີນ ເຮັດໃຫ້ທ່ານນາງມີຄວາມໝັ້ນໃຈກ່ວາເກົ່າວ່າ: ການສຶກສາບໍ່ພຽງແຕ່ຖ່າຍທອດຄວາມຮູ້ເທົ່ານັ້ນ ຍັງຕ້ອງພັດທະນາຄວາມສາມາດໃນການດໍາລົງຊີວິດ ແລະ ການພັດທະນາຕົນເອງອີກດ້ວຍ.
ຮູບເງົາສາລະຄະດີ “ຄວາມປາດຖະໜາຂອງອໍານວຍການໂຮງຮຽນ” ໄດ້ຜະລິດຮ່ວມກັນໂດຍສໍານັກງານອະທິບາຍຈີນ, ຊ່ອງ Discovery ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ໄດ້ຮັບຄັດເລືອກເຂົ້າໃນແຜນການຮ່ວມກັນປະດິດສ້າງລະຫວ່າງຈີນ ແລະ ຕ່າງປະເທດພາຍໃຕ້ຫົວຂໍ້ “ຍຸກສະໄໝໃໝ່-ຮູບພາບໃໝ່ ” ຄັ້ງທີ 2. ຮູບເງົາສາລະຄະດີນີ້, ບໍ່ພຽງແຕ່ບັນທຶກຄວາມຝັນ ແລະ ການກະທຳຂອງຜູ້ອໍານວຍການ ໂສພາພອນ ເຮືອງລິດ ເທົ່ານັ້ນ ຍັງສະທ້ອນໃຫ້ເຫັນເຖິງມິດຕະພາບ ແລະ ຄວາມຮັກແພງຂ້າມຊາຍແດນ.
ນີ້ແມ່ນຈຸດປະສົງເລີ່ມຕົ້ນຂອງທີມງານສ້າງສັນ ໃນການສ້າງຮູບເງົາສາລະຄະດີເລື່ອງນີ້ ເພື່ອໃຫ້ຄົນທັງຫຼາຍເຫັນໄດ້ເຖິງຄວາມຫຍຸ້ງຍາກ ແລະ ຄວາມຍິ່ງໃຫຍ່ຂອງການສຶກສາພິເສດ ກະຕຸ້ນໃຫ້ຄົນເອົາໃຈໃສ່ ແລະ ສະໜັບສະໜູນການສຶກສາພິເສດ ເພື່ອໃຫ້ຄວາມປາດຖະໜາອັນມິດງຽບຖືກຮັບຟັງ ແລະ ປາກົດຜົນເປັນຈິງ.


