ວັນທີ 27 ກັນຍາ 2025, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ຢູ່ນະຄອນນິວຢອກ ຂອງສະຫະລັດ ອາເມຣິກາ.
ໃນບົດປາໄສ, ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ວາລະຄົບຮອບ 80 ປີ ຂອງການສ້າງຕັ້ງອົງການສະຫະປະຊາຊາດ ຖືເປັນຂີດໝາຍສໍາຄັນດ້ານປະຫວັດສາດ ແລະ ເປັນໂອກາດອັນດີໃຫ້ແກ່ບັນດາປະເທດສະມາຊິກ ອົງການສະຫະປະຊາຊາດ ໄດ້ລະນຶກເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງວົງຄະນາຍາດສາກົນ ໃນການຊອກສະແຫວງຫາເສັ້ນທາງໃໝ່ໃນການປົກປັກຮັກສາສັນຕິພາບໂລກ ໂດຍຜ່ານການຮັບຮອງເອົາກົດບັດ ສປຊ ໃນປີ 1945 ໄດ້ກາຍເປັນຄໍາພີຊີ້ນໍາທາງໃຫ້ແກ່ວົງຄະນາຍາດສາກົນ ໃນການພົວພັນ ແລະ ຮ່ວມມືຫຼາຍຝ່າຍ. ນາຍົກລັດຖະມົນຕີຍັງໄດ້ຢໍ້າຄືນຄວາມສໍາຄັນໃນການຢຶດໝັ້ນຕໍ່ບັນດາຫຼັກການພື້ນຖານຂອງ ກົດບັດສະຫະປະຊາຊາດເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ການພັດທະນາທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ. ສໍາຄັນ, ນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການແກ້ໄຂສິ່ງທ້າທາຍຂອງໂລກໂດຍສັນຕິ ເປັນຕົ້ນຂໍ້ຂັດແຍ້ງ ແລະ ການປະທະກັນດ້ວຍກໍາລັງ, ຄວາມບໍ່ເທົ່າທຽມກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ ຜ່ານການຮ່ວມມືຢ່າງແໜ້ນແຟ້ນ ໂດຍມີ ອົງການສະຫະປະຊາຊາດ ເປັນແກນກາງ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງການສະໜັບສະໜູນ ຕໍ່ ຂໍ້ລິເລີ່ມເພື່ອການປະຕິຮູບພາຍຫຼັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ທ່ານເລຂາທິການໃຫຍ່ ເພື່ອຮັດແໜ້ນບົດບາດຂອງ ອົງການສະຫະປະຊາຊາດ ໃຫ້ມີປະສິດພາບສູງຂຶ້ນ ແລະ ສາມາດຮັບມືກັບສິ່ງທ້າທາຍ, ລວມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການພັດທະນາໃນຍຸກໃໝ່.
ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫຼືອແກ່ປະເທດທີ່ຢູ່ໃນສະຖານະພາບພິເສດ, ລວມທັງປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ແລະ ປະເທດເກາະດອນນ້ອຍທີ່ກຳລັງພັດທະນາ (SIDS). ທ່ານໄດ້ຢໍ້າເຖິງຄວາມໝາຍໝັ້ນຂອງ ລາວ ໃນການສືບຕໍ່ສຸມໃສ່ຈັດຕັ້ງປະຕິບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ລວມທັງຍຸດທະສາດ ວ່າດ້ວຍການຂ້າມຜ່ານຢ່າງໂລ່ງລ່ຽນ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ໃນປີໜ້າ.
ທ່ານ ສອນໄຊ ສີພັນດອນ ໄດ້ຢໍ້າຄືນທັດສະນະຂອງ ລາວ ຕໍ່ບັນຫາປາແລັດສະຕິນ-ອິດສະຣາແອນ ໂດຍຮຽກຮ້ອງໃຫ້ທັງສອງຝ່າຍ ຫັນເຂົ້າສູ່ຂະບວນການແກ້ໄຂຂໍ້ຂັດແຍ້ງ ໂດຍສັນຕິວິທີ ກໍຄືການແກ້ໄຂບັນຫາແບບສອງລັດ. ພ້ອມດຽວກັນ, ລາວ ໄດ້ຮຽກຮ້ອງໃຫ້ຍົກເລີກການລົງໂທດດ້ານເສດຖະກິດ ແລະ ການເງິນ ຕໍ່ສາທາລະນະລັດ ກູບາ ພ້ອມທັງ ລຶບລາຍຊື່ປະເທດ ກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນດາປະເທດເອກະລາດ.

ໃນວັນດຽວກັນ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ເຂົ້າພົບປະກັບ ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ຍາວນານ ແລະ ເປັນຮູບປະທໍາ ລະຫວ່າງ ລາວ ແລະ ອົງການສະຫະປະຊາຊາດ ໃນຂົງເຂດບຸລິມະສິດ ເປັນຕົ້ນ: ການຈັດຕັ້ງຜັນຂະຫຍາຍວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະ ເປົ້າໝາຍ ທີ 18 ຄື: ການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO), ແຜນງານສະເພາະສໍາລັບກຸ່ມປະເທດດ້ອຍພັດທະນາ ແລະ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເພື່ອບັນລຸເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ພິເສດ, ນາຍົກລັດຖະມົນຕີ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ສະໜັບສະໜູນບົດບາດສໍາຄັນຂອງອົງການ ສປຊ ເພື່ອແກ້ໄຂບັນຫາສິ່ງທ້າທາຍ ແລະ ວິກິດການຕ່າງໆ ທີ່ວົງຄະນາຍາດສາກົນພວມປະເຊີນໜ້າຢູ່ໃນປັດຈຸບັນ.

ເລຂາທິການໃຫຍ່ ອົງການ ສປຊ ໄດ້ຊົມເຊີຍຜົນສຳເລັດຂອງ ລາວ ທີ່ຍາດແຍ່ງມາໄດ້ໃນໄລຍະຜ່ານມາ ເປັນຕົ້ນການຜ່ານເກນມາດຕະຖານໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ທັງ 3 ເງື່ອນໄຂ ເຖິງ 2 ຄັ້ງ, ພ້ອມທັງ ບົດບາດຂອງ ລາວ ໃນ ອາຊຽນ. ເລຂາທິການໃຫຍ່ ອົງການ ສປຊ ໄດ້ຊົມເຊີຍຄວາມພະຍາມຂອງ ສປປ ລາວ ໃນການຊ່ວຍເສີມຂະຫຍາຍສັນຕິພາບໂລກ ໂດຍການຮັບເປັນປະທານກອງປະຊຸມທົບທວນຄືນ ຄັ້ງທີ 3 ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ທີ່ຈະຈັດຂຶ້ນໃນປີໜ້າ ແລະ ການມີສ່ວນຮ່ວມຂອງ ລາວ ໃນເວທີຂອງອົງການຮ່ວມມືຊຽງໄຮ້ (SCO) ທີ່ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ ໃນປີນີ້. ນອກນີ້, ອົງການ ສປຊ ໄດ້ໃຫ້ຄໍາໝາຍໝັ້ນວ່າຈະສືບຕໍ່ສະໜັບສະໜູນ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ໃນເສັ້ນທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.
ຂ່າວ: ກຕທ


