ວັນທີ 26 ກັນຍາ 2025, ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວິສາມັນ ຂອງຄະນະກຳມະການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ເພື່ອເປິກສາຫາລືແກ້ໄຂບັນຫາຂອງພາກທຸລະກິດໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຫົວໜ້າຄະນະກຳມະການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ; ມີທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກກະຊວງ-ອົງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາພະແນກການອ້ອມຂ້າງແຂວງ, ພາກທຸລະກິດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຜົນກອງປະຊຸມຂອງຄະນະກຳມະການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ III ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ ເປັນຕົ້ນ: ບັນຫາການເກັບຄ່າບູລະນະໂຄງລ່າງພື້ນຖານ ຢູ່ດ່ານສາກົນແດນສະຫວັນ; ບັນຫາການເກັບຄ່າບໍລິການຜ່ານທ່າບົກສະຫວັນນະເຂດ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມ. ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າການແກ້ໄຂບັນດາບັນຫາ ທີ່ສົ່ງຜົນກະທົບຕໍ່ພາກທຸລະກິດ ທາງດ້ານການຄ້າ ແລະ ການຂົນສົ່ງ ຢູ່ແຂວງສະຫວັນນະເຂດ ຈາກກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ພາວະວິໄສ ຕໍ່ບັນດາບັນຫາທີ່ເກີດຂຶ້ນ ໃນໄລຍະຜ່ານມາ.
ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຜູ້ເຂົ້າຮ່ວມກອງປະຊຸມ ທີ່ໄດ້ປະກອບສ່ວນແລກປ່ຽນຄໍາຄິດເຫັນ ໄດ້ຍົກໃຫ້ເຫັນບັນຫາ ແລະ ສະເໜີທິດທາງ ວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກ, ຫຼຸດຜ່ອນຕົ້ນທຶນ ຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ດີ ເພື່ອເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ. ທ່ານໄດ້ຍົກໃຫ້ເຫັນວ່າ: ວຽກງານອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ຊຶ່ງເປັນໜຶ່ງໃນວຽກງານຈຸດສຸມ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ ໂດຍສະເພາະຄວາມພະຍາຍາມຫຼຸດຜ່ອນເວລາ ແລະ ຕົ້ນທຶນດ້ານການຄ້າ ແລະ ການຂົນສົ່ງ. ໄລຍະຜ່ານມາ ລາວ ໄດ້ເລີ່ມພັດທະນາການບໍລິການໂລຈິດສະຕິກ ແລະ ຂົນສົ່ງສິນຄ້າຫຼາຍຮູບແບບ ເພື່ອສະໜັບສະໜູນການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງ ດ້ວຍການການພັດທະນາດ່ານສາກົນ, ທ່າບົກ, ລົດໄຟລາວ-ຈີນ ເພື່ອອໍານວຍຄວາມສະດວກ ໃຫ້ການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ໃຫ້ມີຕົ້ນທຶນຕ່ຳກາຍເປັນຈຸດດຶງດູດການຄ້າ ແລະ ການລົງທຶນພາຍໃນ, ພາກພື້ນ ແລະ ສາກົນ. ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງຈຸດ ເປັນຕົ້ນ: ໃຫ້ປັບປຸງພື້ນຖານໂຄງລ່າງ ດ່ານສາກົນແດນສະຫວັນ, ປັບປຸງບູລະນະ ແລະ ຂະຫຍາຍດ່ານສະຫວັນນະເຂດ-ລາວບາວ ໃຫ້ກວ້າງຂວາງກວ່າເກົ່າ; ມອບໃຫ້ພາກສ່ວນກ່ຽວຂ້ອງ ເປິກສາຫາລືກັນ ເພື່ອຊອກຫາບໍລິສັດທີ່ມີທ່າແຮງ ມາບູລະນະເສັ້ນທາງເລກ 9 ໃຫ້ຮັບປະກັນຜົນສຳເລັດໂດຍໄວ; ກ່ຽວກັບຄ່າບໍລິການທ່າບົກສະຫວັນນະເຂດ ມອບໃຫ້ພາກສ່ວນກ່ຽວຂ້ອງ ກວດກາຢ່າງລະອຽດ ແລະ ແກ້ໄຂຢ່າງຮີບດ່ວນ; ໃຫ້ສືບຕໍ່ພັດທະນາພື້ນຖານໂຄງລ່າງຂອງແຂວງ ໃຫ້ເຊື່ອມຈອດ, ສະດວກສະບາຍ ໃນການຂົນສົ່ງລະຫວ່າງປະເທດ; ດ້ານວຽກງານກະສິກຳ ສະເໜີໃຫ້ແຂວງສະຫວັນນະເຂດ ສົມທົບກັນຄົ້ນຄວ້າເພີ່ມຄວາມສາມາດ ໃນການສະໜອງວັດຖຸດິບ ໃຫ້ບັນດາໂຮງງານຫຼາຍຂຶ້ນ ເຮັດໃຫ້ບັນດາໂຮງງານ ຫຼຸດຜ່ອນການນຳເຂົ້າວັດຖຸດິບຈາກຕ່າງປະເທດ, ເປັນການສ້າງລາຍຮັບ ແລະ ຈຳກັດການນຳໃຊ້ເງິນຕາ ອອກນອກປະເທດ, ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງວ່ອງໄວ.

ໃນໂອກາດມາເຮັດວຽກຢູ່ແຂວງສະຫວັນນະເຂດ ຄັ້ງນີ້, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຕິດຕາມ-ຊຸກຍູ້ ບັນດາໂຄງລ່າງພື້ນຖານເສດຖະກິດທີ່ສຳຄັນ ຢູ່ພາຍໃນແຂວງ ເປັນຕົ້ນ: ຢູ່ດ່ານສາກົນສະຫວັນ-ລາວບາວ; ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ໂຮງງານຜະລິດເຈ້ຍ ຊັນເປເປີ້.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


