ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI

Sep 30, 2025

ຕອນເຊົ້າວັນທີ 30 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ສະຫາຍ ວິໄລວັນ ບຸດດາຄໍາ, ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ; ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທີ່ດຳເນີນຊີວິດການເມືອງ ໃນອົງຄະນະພັກ ຫສນຍ; ບັນດາສະຫາກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ອົງການກາແດງແຫ່ງຊາດລາວ, ນະຄອນຫຼວງວຽງຈັນ; ອະດີດການນຳຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ຈໍານວນ 184 ສະຫາຍ, ຍິງ 61 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ຈໍານວນ 446 ສະຫາຍ ໃນທົ່ວອົງຄະນະພັກ ຫສນຍ ແລະ ແຂກຮັບເຊີນ.
May be an image of 1 person and dais May be an image of lighting
ສະຫາຍ ບົວຄົງ ນາມມະວົງ ມີຄຳເຫັນເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຢ່າງເປັນທາງການ ບາງຕອນວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ V ເປັນຕົ້ນມາ ເຖິງວ່າສະພາບແວດລ້ອມສາກົນ ໄດ້ຜັນແປໄປຢ່າງສັບສົນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ການພັດທະນາປະເທດພວກເຮົາ, ແຕ່ພາຍໃຕ້ແນວທາງອັນຖືກຕ້ອງຂອງພັກ, ການນຳພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ກໍຄືການຊີ້ນຳຂອງລັດຖະບານ ເຮັດໃຫ້ການນໍາພາ-ຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກ ຫສນຍ ໄດ້ຮັບການປັບປຸງ ພັດທະນາໃນທຸກດ້ານ ແລະ ດີຂຶ້ນເປັນກ້າວໆ, ສາມາດປະກອບສ່ວນສໍາຄັນ ເຂົ້າໃນການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງລັດຖະບານ ຊຸດທີ IX. ສໍາລັບການກະກຽມກອງປະຊຸມໃຫຍ່ຄັ້ງນີ້, ພວກເຮົາໄດ້ດຳເນີນທຸກວຽກງານ ຢ່າງຖືກຕ້ອງ ຕາມຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ໂດຍສະເພາະ ວຽກງານຂະບວນການ, ເນື້ອໃນ, ບຸກຄະລາກອນ ແລະ ວຽກງານອື່ນໆ.
May be an image of 4 people, dais and text
ກອງປະຊຸມໃຫຍ່ຄັ້ງນີ້ ຈະໃຊ້ເວລາ 1 ວັນ, ໂດຍໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ 5 ປີ ຄັ້ງທີ II (2026-2030) ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V, ພ້ອມທັງຮັບຟັງການປະກອບຄໍາເຫັນ ຈາກຜູ້ຕາງໜ້າອົງການຈັດ ຕັ້ງມະຫາຊົນ ຫສນຍ ແລະ ການປະກອບຄຳເຫັນ ໃນຫົວຂໍ້: “ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ທີ່ດີ”. ບັນຫາສໍາຄັນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງນີ້ ຍັງຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຊຶ່ງຈະກາຍເປັນທິດຊີ້ນໍາອັນສໍາຄັນ ໃຫ້ແກ່ອົງຄະນະພັກ ຫສນຍ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍ່ຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປາກົດຜົນເປັນຈິງ.
ສະຫາຍ ບົວຄົງ ນາມມະວົງ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມໃຫຍ່ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ໃຊ້ສິດປະຊາທິປະໄຕ ຢ່າງຖືກຕ້ອງ ແລະ ເຕັມສ່ວນ ເຂົ້າໃນການພິຈາລະນາຕົກລົງແຕ່ລະບັນຫາ ດ້ວຍຄວາມເປັນເອກະພາບສູງ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຫສນຍ ຄັ້ງນີ້ ບັນລຸຜົນສຳເລັດເປັນຢ່າງດີ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.