ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 29 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນຂຶງລາວ, ມີຜູ້ຕາງໜ້ສປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ (ໃນນາມຜູ້ເຂົ້າຮ່ວມສັງເກດການ), ກອງເລຂາອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດ ແລະ ຂໍ້ຄົງຄ້າງຂອງບັນດາໜ້າວຽກແຜນການຮ່ວມມືດ້ານແຮ່ທາດອາຊຽນ ໄລຍະ 3 ນັບແຕ່ປີ 2021-2025 (AMCAP-III,2021-2025) ໂດຍຜ່ານການສະຫລຸບລາຍງານໃນແຕ່ລະແຜນວຽກທີ່ຕິດພັນກັບ 4 ຂອບການຮ່ວມມືຍ່ອຍ ເຊັ່ນ: ວຽກງານສ້າງຂີດຄວາມສາມາດດ້ານແຮ່ທາດ (WGCBM), ວຽກງານຖານຂໍ້ມູນແຮ່ທາດອາຊຽນ (WGMID), ວຽກງານການຄ້າ ແລະ ການລົງທຶນດ້ານແຮ່ທາດ (WGTIM) ແລະ ວຽກງານດ້ານການພັດທະນາແຮ່ທາດແບບຍືນຍົງ (WGSMD).

ພ້ອມນີ້, ຍັງໄດ້ເປິກສາຫາລືບັນດາໜ້າວຽກ ແລະ ເອກະສານສຳຄັນ ເປັນຕົ້ນ: ແຜນການຮ່ວມມືດ້ານແຮ່ທາດອາຊຽນ (2026-2030), ຍຸດທະສາດແຮ່ທາດອາຊຽນ, ຮ່າງຖະແຫລງການກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10, ຮ່າງຖະແຫຼງການວິໄສທັດແຮ່ທາດອາຊຽນ, ວຽກງານການປັບປຸງຖານ ຂໍ້ມູນແຮ່ທາດອາຊຽນ, ກອງປະຊຸມເສວະນາການ ລົງທຶນດ້ານແຮ່ທາດອາຊຽນ, ຄູ່ມືການລົງທຶນດ້ານແຮ່ທາດອາຊຽນ, ແຜນທີ່ຈຸດປະກົດທໍລະນີສາດ ແລະ ແຮ່ທາດອາຊຽນ, ຫຼັກການພັດທະນາແຮ່ທາດແບບຍືນຍົງ (APSMD) ຊບັນດາໜ້າວຽກເຫຼົ່ານີ້, ຈະໄດ້ພິຈາລະນາຮັບຮອງເອົາໃນໄລຍະກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10 (10th AMMin) ທີ່ຈະຈັດຂຶ້ນວັນທີ 2 ຕຸລາ 2025.

ກອງປະຊຸມຄັ້ງນີ້, ຍັງໄດ້ເປິກສາກ່ຽວກັບວຽກງານຕິດຕາມ ແລະ ປະເມີນແຜນການຮ່ວມມືດ້ານແຮ່ທາດອາຊຽນ (M&E), ຄວາມຄືບໜ້າແຜນການຮ່ວມມືແຮ່ທາດອາຊຽນ ກັບບັນດາອົງການຈັດຕັ້ງສາກົນຕ່າງໆ ແລະວຽກງານອື່ນໆ.
ຂ່າວ: ກະຊວງ ອຄ


