ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

Oct 2, 2025

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຈັດຝຶກອົບຮົມຍົກລະດັບຄວາມຮູ້ໄລຍະສັ້ນ ໃນວັນທີ 29 ກັນຍາ 2025, ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ” ໃຫ້ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ 30 ແຫ່ງໃນ 7 ແຂວງ (ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະ ຫວັນນະເຂດ) ເພື່ອເສີມສ້າງບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ ໃນການວາງແຜນ ແລະ ຄຸ້ມຄອງກິດຈະກໍາ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນເມືອງໃຫ້ມີຄຸນນະພາບ.
ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ມີຄຳເຫັນວ່າ: ຊຸດຝຶກອົບຮົມຄັ້ງນີ້, ໄດ້ຮວບຮວມບົດຮຽນ ແລະ ຜັນຂະຫຍາຍການຮຽນຮູ້ຈາກບັນດາຂໍ້ມູນດ້ານວິຊາການທີ່ໄດ້ຮັບຜ່ານມາຈາກກິດຈະກຳ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.
ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ມີຄຳເຫັນວ່າ: ພວກເຮົາເຊື່ອວ່າ ການສະໜັບສະໜູນຄັ້ງນີ້, ມີຄວາມສຳຄັນຕໍ່ການຮັກສາແຮງຈູງໃຈ ໃນການສອນຂອງຄູ ແລະ ປັບປຸງຄຸນນະພາບການສອນໃຫ້ດີຂຶ້ນ ເພາະຄູມີບົດບາດສຳຄັນໃນການປົກປ້ອງ ແລະ ຖ່າຍທອດຄວາມຮູ້ໃຫ້ນັກຮຽນທຸກຄົນ.
May be an image of 1 person, dais and text that says '20 ปะทาาม' May be an image of 6 people and people studying
ພາຍຫຼັງສຳເລັດການຝຶກອົບຮົມແລ້ວ, ສຳມະນາກອນ ຈະນຳຄວາມຮູ້ທີ່ໄດ້ຮັບ ໄປໝູນໃຊ້ເຂົ້າໃນການຄຸ້ມຄອງຄູຢູ່ໂຮງຮຽນ ເພື່ອສືບຕໍ່ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງແຜນງານບີຄວາ ຈະເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ຂັ້ນທ້ອງຖິ່ນ ເພື່ອດຳເນີນການຕິດຕາມ ພ້ອມທັງສະໜັບສະໜູນໂຮງຮຽນຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງທີ່ນອນຢູ່ໃນໂຄງການໃນສົກຮຽນ 2025-2026.
May be an image of 7 people, people studying and table