ທຸງຊາດຜືນພິເສດວາງສະແດງຢູ່ຫໍພິພິທະພັນທາງລົດໄຟຢຸນນານໃນວັນຊາດ

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 76 ປີ, ທຸງສີແດງ 5 ດາວ ສະແດງເຖິງຜົນສໍາເລັດອັນສະຫງ່າລາສີຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative)ໄດ້ຖືກເປີດເຜີຍຕໍ່ສາທາລະນະຢ່າງເປັນທາງການທີ່ຫໍພິພິທະພັນທາງລົດໄຟຢຸນນານ. ທຸງຊາດຜືນນີ້ຖືກຍົກຂຶ້ນຢູ່ສະໜາມຫຼວງທຽນອານເໝິນໃນວັນທີ 3 ທັນວາ 2021, ຊຶ່ງເປັນວັນທີ່ປະມຸກລັດຈີນ ແລະ ລາວ ປະກາດເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວຢ່າງເປັນທາງການ. ຕໍ່ມາໃນວັນທີ 30 ກັນຍາ 2025 ໄດ້ມີການຍົກຍ້າຍໄປຫໍພິພິທະພັນທາງລົດໄຟຢຸນນານ ແລະ ຈັດວາງສະແດງຢ່າງເປັນທາງການໃນວັນທີ 1 ຕຸລາ 2025 ຊຶ່ງກົງກັບວັນຊາດຂອງ ສປ ຈີນ, ໂດຍເປັນບ່ອນວາງສະແດງທີ່ສຳຄັນຢູ່ຫໍສະແດງການສຶກສາຮັກຊາດ.
ການສະແດງທຸງຊາດຜືນນີ້ ສະແດງໃຫ້ເຫັນເຖິງຄວາມສະຫງ່າລາສີທາງປະຫວັດສາດຂອງທາງລົດໄຟລາວ-ຈີນ ທີ່ເປັນໂຄງການຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງອັນສໍາຄັນຍິ່ງ. ທ່ານ ເຫີຊູຖັງ ຜູ້ອຳນວຍການຫໍພິພິທະພັນທາງລົດໄຟຢຸນນານ ອະທິບາຍວ່າ: ໃນຖານະເປັນສະຖານທີ່ວັດທະນະທຳລະດັບຊາດທີ່ສົມທົບກັບໜ້າທີ່ສອງຢ່າງຂອງຫໍພິພິທະພັນທາງລົດໄຟ ແລະ ເປັນສະຖານການສຶກສາປະຕິວັດ, ຫໍພິພິທະພັນແຫ່ງນີ້ໄດ້ສ້າງ “ເຂດວາງສະແດງພາຍໃຕ້ຫົວຂໍ້ “ທາງລົດໄຟລາວ-ຈີນ” ໂດຍຜ່ານທຸງຊາດ, ຮູບພາບການກໍ່ສ້າງ, ແບບຈໍາລອງທາງເຕັກນິກ ແລະ ເອກະສານອັນລ້ຳຄ່າ, ງານວາງສະແດງໄດ້ນໍາສະເໜີໃຫ້ເຫັນພາບຮອບດ້ານຂອງຂະບວນວິວັດແຫ່ງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ຫຍຸ້ງຍາກລຳບາກຈາກຮູບແບບແຜນຜັງຈົນກ້າວໄປສູ່ໝາກຜົນຕົວຈິງ.
ທາງລົດໄຟລາວ-ຈີນ ມີຄວາມຍາວ 1.035 ກິໂລແມັດແລ່ນຜ່ານແຂວງຢຸນນານປະເທດຈີນ ແລະ ນະຄອນຫຼວງວຽງຈັນຂອງປະເທດລາວ. ໄລຍະດຳເນີນການກໍ່ສ້າງ, ພະນັກງານກໍາມະກອນທາງລົດໄຟໄດ້ຜ່ານຜ່າສິ່ງທ້າທາຍລະດັບໂລກ, ລວມທັງດ້ານທໍລະນີສາດທີ່ຊັບຊ້ອນ ແລະ ການປະສານງານຂ້າມຊາຍແດນ, ສ້າງໄດ້ສະຖິຕິໂລກຈໍານວນຫຼາຍ. ນັບແຕ່ເລີ່ມດຳເນີນການ, ປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟໄດ້ສືບຕໍ່ເພີ່ມຂຶ້ນ, ມີຜູ້ໂດຍສານຫຼາຍກວ່າ 59 ລ້ານຄົນ ແລະ ສິນຄ້າ 67,6 ລ້ານໂຕນ. ປັດຈຸບັນ, ເຄືອຂ່າຍຄົມມະນາຄົມຂົນສົ່ງໄດ້ກວມເອົາ 19 ປະເທດ ແລະ ເຂດແຄວ້ນຢູ່ລາວ, ກາຍເປັນເສັ້ນທາງແຫ່ງການພັດທະນາ, ຄວາມຜາສຸກ, ມິດຕະພາບຂອງປະຊາຊົນລາວ ແລະ ຈີນ.
“ທຸງຊາດຜືນນີ້ບໍ່ພຽງແຕ່ເປັນພະຍານແຫ່ງປະຫວັດສາດເທົ່ານັ້ນ, ຍັງເປັນທຸງແຫ່ງຈິດວິນຍານອີກດ້ວຍ”, ທ່ານ ເຫີຊູຖັງ(He Shutang), ຜູ້ອໍານວຍການຫໍພິພິທະພັນທາງລົດໄຟຢຸນນານ ກ່າວວ່າ: ງານວາງສະແດງຈະເຊື່ອມໂຍງຢ່າງເລິກເຊິ່ງກ່ຽວກັບ “ເລື່ອງລາວຂອງທຸງຊາດ” ກັບ “ເລື່ອງລາວຂອງທາງລົດໄຟ” ເພື່ອນຳພາປະຊາຊົນໃຫ້ເຂົ້າໃຈເຖິງຄວາມໝາຍອັນເລິກເຊິ່ງຂອງ “ພາລະກິດອັນຍິ່ງໃຫຍ່ຂອງປະເທດ”. ຢູ່ໃນຫໍວາງສະແດງ, ບັນດາແຂກສາມາດຊົມທຸງຊາດຜືນນີ້ໄດ້ຢ່າງໃກ້ຊິດ ແລະ ຮັບຟັງເລື່ອງລາວກ່ຽວກັບການກໍ່ສ້າງ ແລະ ການເຄື່ອນໄຫວຂອງທາງລົດໄຟລາວ-ຈີນ.
ມີລາຍງານວ່າ ທຸງຊາດ ຈະເປັນສິ່ງຂອງຈັດວາງສະແດງທີ່ສຳຄັນຢູ່ຫໍພິພິທະພັນທາງລົດໄຟຢຸນນານ ແລະ ຈະວາງສະແດງຢ່າງຖາວອນ ນັບຕັ້ງແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນໄປ. ຫວັງວ່າການຈັດງານວາງສະແດງທາງດ້ານວັດຖຸ ແລະ ການເລົ່າເລື່ອງລາວນີ້ ຈະເຮັດໃຫ້ຜູ້ເຂົ້າຊົມສາມາດສື່ສານກັບປະຫວັດສາດຜ່ານທຸງຊາດໄດ້ ເພື່ອໃຫ້ຜູ້ຄົນເຂົ້າໃຈເຖິງການເດີນທາງອັນຍາກລໍາບາກ ແລະ ຄວາມສໍາເລັດອັນຍິ່ງໃຫຍ່ໃນການກໍ່ສ້າງ ແລະ ການດໍາເນີນງານຂອງທາງລົດໄຟລາວ-ຈີນ, ສໍາຜັດເຖິງຈິດວິນຍານແຫ່ງການທໍາງານໜັກ ແລະ ການອຸທິດຕົນຢ່າງບໍ່ເຫັນແກ່ຕົວຂອງພະນັກງານກໍາມະກອນທາງລົດໄຟລາວ-ຈີນ. ສິ່ງນີ້ຈະສ້າງແຮງບັນດານໃຈໃຫ້ຜູ້ຄົນສືບທອດຄວາມຮຸ່ງເຮືອງ, ຈົດຈໍາພາລະກິດ ແລະ ສືບສານການຕໍ່ສູ້ພາຍໃຕ້ການນໍາທາງໂດຍທຸງສີແດງ 5 ດາວທີ່ສົດໃສ.




