ສຳມະນາວິທະຍາສາດ “ຈັນຍາບັນວິຊາຊີບຂອງຜູ້ທີ່ປະກອບອາຊີບສຳເນົາເອກະສານ”

ຕອນເຊົ້າວັນທີ 02 ຕຸລາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ຈັນຍາບັນວິຊາຊີບຂອງຜູ້ທີ່ປະກອບອາຊີບສຳເນົາເອກະສານ” ມີວິທະຍາກອນຈາກລາວ ແລະ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມສຳມະນາຄັ້ງນີ້ ເພື່ອຍົກສູງຄວາມຮັບຮູ້ເຂົ້າໃຈ, ເຫັນໄດ້ຄວາມໝາຍສຳຄັນຂອງອາຊີບສໍາເນົາເອກະສານ ໂດຍສະເພາະການຍົກສູງຈັນຍາບັນວິຊາຊີບ ໃຫ້ຖັນແຖວພະນັກງານ-ລັດຖະກອນ ທີ່ປະຕິບັດໜ້າທີ່ຄຸ້ມຄອງ ແລະ ສໍາເນົາເອກະສານ ຢູ່ບັນດາການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ມາດຕະຖານ ແລະ ລະບຽບການ ຫຼາຍຂຶ້ນ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍເອກະສານ ໃຫ້ເກີດໝາກຜົນເປັນຮູບປະທຳຕົວຈິງ, ຖືເປັນຂີດໝາຍທີ່ສໍາຄັນຕໍ່ການພົວພັນຮ່ວມມື ໃນວຽກງານສໍາເນົາເອກະສານລະຫວ່າງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟນຍິ່ງຂຶ້ນ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຕະຫຼອດກາລະນານ.
ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດໃນນາມປະທານກອງປະຊຸມມີຄຳເຫັນເປີດກອງປະຊຸມບາງຕອນວ່າ: ການສຳເນົາເອກະສານ ເປັນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ຕໍ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາການ ຈັດຕັ້ງຂັ້ນໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້, ຊ່ວຍຮັບປະກັນທາງດ້ານຂໍ້ມູນເອກະສານ ຢ່າງເປັນລະບົບ ເພື່ອໃຫ້ການນຳມີຄວາມເຫັນພິຈາລະນາ ແລະ ແກ້ໄຂວຽກງານໄດ້ຢ່າງທັນການ. ພ້ອມນັ້ນ, ຍັງຊ່ວຍເກັບຮັກສາຂໍ້ມູນເອກະສານທີ່ສຳຄັນຂອງການຈັດຕັ້ງໄວ້ຢ່າງປອດໄພ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ໃນການນຳໃຊ້ຂໍ້ມູນເອກະສານ ໄດ້ຢ່າງທັນການ. ຢາກເຮັດໄດ້ຄືແນວນັ້ນ, ຜູ້ເຮັດວຽກງານຄຸ້ມຄອງ ແລະ ສຳເນົາເອກະສານ ຈະຕ້ອງຍົກສູງຄວາມຮູ້, ຄວາມສາມາດ ແລະ ມີຈັນຍາບັນໃນອາຊີບຂອງຕົນຢ່າງໜັກແໜ້ນ.
ໃນກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດນຳສະເໜີ 03 ບົດ ຈາກຜູ້ຊ່ຽວຊານຂອງລາວ ແລະ ຫວຽດນາມ ຄື: “ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ”; “ຈັນຍາບັນວິຊາຊີບຂອງພະນັກງານ-ລັດຖະກອນ ທີ່ເຮັດວຽກສຳເນົາເອກະສານ” “ບາງບົດຮຽນກ່ຽວກັບຈັນຍາບັນວິຊາຊີບຂອງບໍລິສັດ ວິທະຍາສາດເຕັກໂນໂລຊີ ສຳເນົາເອກະສານ ໄຊງ່ອນ ຈຳກັດ ສຳເນົາເອກະສານປະຊາຊົນ”.
ຂ່າວ-ພາບ: ກົມສຳເນົາເອກະສານແຫ່ງຊາດ, ຫສນຍ.






