ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງກູບາ

Oct 6, 2025

ວັນທີ 02 ຕຸລາ 2025, ທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ (Miguel Diaz-Canel), ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manual Marrero Cruz), ນາຍົກລັດຖະມົນຕີ ກູບາ, ໃນໂອກາດເດີນທາງຢ້ຽມຢາມ ກູບາ ຢ່າງເປັນທາງການ ລະຫວ່າງວັນທີ 02-03 ຕຸລາ 2025.
ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງກູບາ ໃນໂອກາດຢ້ຽມຢາມທາງການຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄວາມຮັກແພງສະໜິດສະໜົມຖານສະຫາຍອ້າຍນ້ອງຈາກການນໍາພັກ-ລັດ ແລະ ປະຊາຊົນລາວທຸກທົ່ວໜ້າ ໄປຍັງສະຫາຍການນໍາພັກ-ລັດ ແລະ ປະຊາຊົນກູບາອ້າຍນ້ອງ. ພ້ອມນີ້. ຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ກໍຄື ປະຊາຊົນກູບາ ນັບຕັ້ງແຕ່ໄລຍະຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ມາຈົນເຖິງປັດຈຸບັນ, ເປັນການປະກອບສ່ວນອັນໃຫຍ່ຫຼວງຂອງກູບາ ຕໍ່ການສ້າງສາພັດທະນາຂອງລາວ.
May be an image of 7 people and text
ໃນຂະນະດຽວກັນ, ການນໍາຂັ້ນສູງຂອງກູບາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມີມາຢ່າງຍາວນານ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ການນໍາຂັ້ນສູງ ຂອງ ລາວຕຶ່ມອີກ.
May be an image of 2 people and text that says 'GOBIERNO LA REPÚBLIC CUBA'
ໃນໂອກາດນີ້, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ການນໍາຂັ້ນສູງກູບາ ໄດ້ຕີລາຄາສູງຕໍ່ສາຍພົວພັນຖານອ້າຍນ້ອງ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ບົນພື້ນຖານອຸດົມການສັງຄົມນິຍົມ ລະຫວ່າງສອງປະເທດ ທີ່ໄດ້ມີການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມມືກັນ ແລະ ໃກ້ຊິດກັນ ບໍ່ວ່າໃນໄລຍະຕໍ່ສູ້ປົກປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ກໍຄື ບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດ ຢ່າງເປັນປະຈໍາ. ພິເສດ, ການພົວພັນຮ່ວມມືດ້ານການເມືອງຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບແໜ້ນແຟ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ການຮ່ວມມືດ້ານອື່ນໆ ລະຫວ່າງ ສອງປະເທດ ກໍໄດ້ຮັບການສືບຕໍ່ເສີມຂະຫຍາຍ ເປັນຕົ້ນ: ການສ້າງຊັບພະຍາກອນມະນຸດ, ສຶກສາ, ກິລາ, ສາທາລະນະສຸກ, ກະສິກໍາ ແລະອື່ນໆ. ສອງຝ່າຍຍັງເຫັນດີຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດ ໃຫ້ມີທ່າກ້າວໃໝ່ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ກູບາ ໃນຕໍ່ໜ້າ.
May be an image of 7 people and text
ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ແລະ ຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີວິລະຊົນແຫ່ງຊາດ ໂຮເຊ ມາຕີ ແລະ ໄປຢ້ຽມຢາມເຂດເສດຖະກິດພິເສດ ມາຣຽນ ແລະ ສູນ ຟີແດນ ກາສໂຕຣ ຕື່ມອີກ.
May be an image of 2 people and the Tomb of the Unknown Soldier