ພິທີເປີດນໍາໃຊ້ຖານລະບົບອອກອະນຸຍາດ ແບບອອນລາຍ ຂອງວຽກງານເຕັກໂນໂລຊີດີຈີຕອນ ຈັດຂຶ້ນວັນທີ 6 ຕຸລາ 2025 , ທີ່ອຸທິຍານດີຈີຕອນ ຂອງລາວ ຢູ່ນະຄອນຫລວງວຽງຈັນ, ມີ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ,ພ້ອມດ້ວຍ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມດີຈິຕອນ ກະຊວງເຕັັກໂນໂລຊີແລະການສື່ສານ ມີຄຳເຫັນວ່າ: ການເຄື່ອນໄຫວວຽກງານວິຊາສະເພາະຂອງກົມເຕັກໂນໂລຊີດີຈີຕອນ ໂດຍສະເພາະ ວຽກງານຄຸ້ມຄອງການດໍາເນີນທຸລະກິດ ດ້ານເຕັກໂນໂລຊີດີຈີຕອນ ແລະ ທຸລະກໍາທາງເອເລັກໂຕຣນິກ ໃນໄລຍະຜ່ານມາ ຍັງພົບຄວາມຫຍຸ້ງຍາກ ແລະ ມີຂໍ້ຈໍາກັດຫຼາຍອັນ ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ມີປະສິດທິພາບເທົ່າທີ່ຄວນ ເນື່ອງຈາກປັດຈຸບັນຍັງນໍາໃຊ້ເຄື່ອງມືຮູບແບບດັ້ງເດີມ ເຊັ່ນ: ນໍາໃຊ້ເຈ້ຍ, ປື້ມ ແລະ Microsoft Excel ໃນການຈົດທະບຽນ ແລະ ລົງບັນທຶກຂໍ້ມູນຜູ້ປະກອບການຕ່າງໆ ເຮັດໃຫ້ມີຄວາມສ່ຽງຕໍ່ການສູນຫາຍຂອງຂໍ້ມູນ, ຍາກຕໍ່ການຄົ້ນຫາ, ການຕິດຕາມເອກະສານ ແລະ ການເຮັດບົດລາຍງານຕ່າງໆ, ຂະບວນການຂໍອະນຸຍາດຍັງເປັນລະບົບແບບເຊິ່ງໜ້າ ເຮັດໃຫ້ຜູ້ປະກອບການຈໍາເປັນຕ້ອງໄດ້ເຂົ້າມາພົວພັນຢູ່ກົມ ຈຶ່ງສົ່ງຜົນກະທົບໃຫ້ການຂໍອະນຸຍາດມີຄວາມຫຼ້າຊ້າ ແລະ ບໍ່ທັນສະໄໝ. ສະນັ້ນ ເພື່ອເປັນການຍົກລະດັບວຽກງານການອອກອະນຸຍາດໃຫ້ມີຄວາມວ່ອງໄວ,ທັນສະໄໝ,ຮັບປະກັນປະສິດທິພາບແລະຫຼຸດຂອດຂັ້ນຕ່າງໆ,ກົມເຕັກໂນໂລຊີດີຈີຕອນ ໄດ້ມີການຮ່ວມມືກັບ ບໍລິສັດ ໄຊຍະສິດ ໄອທີ ທີ່ເປິກສາ ຈໍາກັດຜູ້ດຽວ ເພື່ອສຶກສາຄົ້ນຄວ້າ ແລະ ພັດທະນາລະບົບອອກອະນຸຍາດແບບອອນລາຍ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແນໃສ່ຊຸກຍູ້ສົ່ງເສີມວຽກງານບໍລິການ ໃຫ້ພາກສ່ວນຕ່າງໆໃນສັງຄົມ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ແຜນວິໄສທັດ ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິີີຈີຕອນແຫ່ງຊາດ ຂອງລັດຖະບານ ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນ ໃຫ້ປາກົດຜົນເປັນຈິງ ໂດຍສະເພາະການຜັນຂະຫຍາຍ ຍຸດທະສາດການພັດທະນາຖານລະບົບ ແພຣດຟອມ ແລະ ການຫັນເປັນດິຈິຕອນຂອງສັງຄົມ.

ສຳລັບການພັດທະນາເພື່ອນໍາໃຊ້ຖານລະບົບອອກອະນຸຍາດ ແບບອອນລາຍ ຂອງວຽກງານເຕັກໂນໂລຊີດີຈີຕອນໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທໍາອິດ: ໄດ້ສໍາເລັດການພັດທະນາ ລະບົບອອກອະນຸຍາດແບບອອນລາຍ ຂອງວຽກງານເຕັກໂນໂລຊີດີຈີຕອນ ເອີ້ນວ່າ ລະບົບ DBL: Digital Bussines Lisence
ສ່ວນໄລຍະທີ 2 ຈະສືບຕໍ່ດໍາເນີນການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ລົງເລິກ ກັບບັນດາກົມ ອົງການ ແລະ ພະແນກ ເຕັກໂນໂລຊີແລະການສື່ສານທົ່ວປະເທດ ເພື່ອຜັນຂະຫຍາຍການນໍາໃຊ້ລະບົບດັ່ງກ່າວ ໃຫ້ທົ່ວເຖິງ.
ຂ່າວ : ອຳໄພວັນ ວົງອຳທອນ


