ວັນທີ 07 ຕຸລາ 2025 ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ລະຫວ່າງວັນທີ 07 – 08 ຕຸລາ 2025, ທີ່ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານມີຄຳເຫັນເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ຈຳນວນ 30 ຄົນ.
ກອງປະຊຸມ NARTT ຄັ້ງທີ 6 ໄດ້ເປິກຫາລືຕໍ່ບັນດາສິ່ງທ້າທາຍ ແລະ ຖອດຖອນບົດຮຽນ ກ່ຽວກັບແຜນການ, ທິດທາງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງອາຊຽນ – ຣັດເຊຍ ໃນຂົງເຂດການເມືອງ – ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ – ສັງຄົມ. ແນໃສ່ເພີ່ມທະວີການເປິກສາຫາລືທາງການເມືອງ ລະຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ສອດຄ່ອງກັບປະຊາຄົມການເມືອງ – ຄວາມໝັ້ນຄົງອາຊຽນ (APSC) Blueprint 2025 ເພື່ອເສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ສົ່ງເສີມການຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ເສີມສ້າງ ແລະ ຊຸກຍູ້ພື້ນຖານໂຄງລ່າງດ້ານດິຈິຕອນໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ (AEC) Blueprint 2025. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານພະລັງງານ, ໂດຍສະເພາະການຫັນປ່ຽນໄປສູ່ແຫຼ່ງພະລັງງານແບບຍືນຍົງ ແລະ ແຫຼ່ງພະລັງງານແບບທົດແທນ, ສອດຄ່ອງກັບ AEC Blueprint 2025. ສ່ວນດ້ານວັດທະນະທໍາສັງຄົມ ໄດ້ມີການແລກປ່ຽນບົດຮຽນໃນການຊຸກຍູ້ການເຊື່ອມຕໍ່ປະຊາຄົມວັດທະນະທຳສັງຄົມອາຊຽນ (ASCC) Blueprint 2025.

ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NARTT ຮັດແໜ້ນການຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດໃນການລະດົມຄວາມຄິດເຫັນ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີແກ້ໄຂບັນຫາຕ່າງໆ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນສຳຄັນຂອງເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ໃນການຮ່າງຂໍ້ສະເໜີແນະທີ່ເປັນປະໂຫຍດໃຫ້ລັດຖະບານປະເທດສະມາຊິກອາຊຽນ ແລະ ຣັດເຊຍ ໃນການສົ່ງເສີມການຮ່ວມມືທັງສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍກວ່າເກົ່າ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນ. ວິທະຍາ ໄຊຍະວົງ, ຫົວໜ້າສະຖາບັນການຕ່າງປະເທດ ເຊິ່ງເປັນຜູ້ນຳພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກຂອງ NARTT ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸໄດ້ຕະຫຼອດໄລຍະການເປັນປະທານກອງປະຊຸມຂອງ ສປປ ລາວ ໃນທ່າມກາງສະພາບພູມສາດການເມືອງໃນພາກພື້ນ ແລະ ສາກົນກຳລັງປະເຊີນກັບການຜັນແປ ແລະ ຄວາມສະຫຼັບຊັບຊ້ອນທີ່ຄາດຄະເນໄດ້ຍາກໃນອານາຄົດ.



