ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ.

Oct 9, 2025

ວັນທີ 08 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍສະຫາຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດລາວ ເຂົ້າວາງກະຕ່າດອກໄມ້ຢູ່ວັງພະອາທິດກຶມສຸສານ, ເພື່ອໄຫວ້ອາໄລ ແລະຈາລຶກເຖິງຄຸນງາມຄວາມດີຂອງສະຫາຍປະທານກິມອິນຊຸງ ແລະ ສະຫາຍປະທານ ກິມເຈິງອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ. ສະຫາຍປະທານ ກິມອິນຊຸງ ແມ່ນຜູ້ນໍາທີ່ຍິ່ງໃຫ່ຍ, ອາມະຕະ ແລະ ຖືກຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນເກົາຫຼີອ້າຍນ້ອງຮຸ່ນຫຼັງຕໍ່ມາໃນຖານະເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫຼີ, ຜູ້ບຸກເບີກພາລະກິດຄວາມເປັນເອກະລາດ ແລະ ໃຫ້ເເສງສະຫວ່າງຊີ້ນໍາຂອງແນວຄິດຈຸເຊ. ພາຍໃຕ້ການນໍາພາຂອງສະຫາຍ ກິມເຈິງອຸນ, ເລຂາທິໃຫຍ່ພັກເເຮງງານເກົາຫຼີ, ປະທານກິດຈະການເເຫ່ງລັດ ແຫ່ງ ສປປເກົາຫຼີ ໃນປັດຈຸບັນ, ສປປເກົາຫຼີນັບມື້ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ເຂັ້ມແຂງໃນທຸກດ້ານ.
May be an image of 1 person and the Oval Office May be an image of 14 people and text
ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ພ້ອມດ້ວຍຄະນະໄດ້ສືບຕໍ່ຢ້ຽມຢາມ ແລະ ທັດສະນະສຶກສາຢູ່ໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫຼີ, ຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະ ສູນວິຈິດຕະກໍາມານຊູແດ. ໃນໂອກາດຢ້ຽມຢາມໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫຼີ, ສະຫາຍທອງລຸນ ສີສຸລິດ ແລະ ຄະນະ ໄດ້ຮັບຟັງການລາຍງານກ່ຽວກັບຜົນສໍາເລັດອັນໃຫຍ່ຫຼວງໃນການກໍ່ສ້າງພັກ-ພະນັກງານການນໍາຂອງພັກແຮງງານເກົາຫຼີໃຫ້ມີຄວາມເຂັ້ມແຂງຮອບດ້ານ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດ ສປປ ເກົາຫຼີ ໃຫ້ມີຄວາມຈະເລີນຮຸ່ງເຮືອງຕາມເສັ້ນທາງສັງຄົມນິຍົມ ໂດຍມີ ສະຫາຍປະທານ ກິມອິນຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍ ແລະ ອາມາຕະ ຂອງປະຊາຊົນເກົາຫຼີ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1946 ແລະ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງສະຫາຍ ກິມເຈິງອຸນ, ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ຈົນມາເຖິງປັດຈຸບັນ.
May be an image of 8 people, tea maker and text May be an image of 1 person and dais
ໃນໂອກາດຢ້ຽມຊົມຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະ ສູນວິຈິດຕະກໍາມານຊູແດ, ຄະນະຜູ້ແທນລາວໄດ້ຢ້ຽມຊົມອາວຸດຍຸດໂທປະກອນທີ່ນໍາໃຊ້ເຕັກນິກວິທະຍາສາດທັນສະໄໝເຂົ້າໃນການພັດທະນາ ແລະ ຜະລິດອາວຸດຍຸດໂທປະກອນທີ່ມີອານຸພາບສູງ ເພື່ອປົກປ້ອງປິຕິພູມອັນແສນຮັກ ແລະ ຫວງແຫນຂອງປະຊາຊົນເກົາຫຼີອ້າຍນ້ອງ ກໍ່ຄືການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສືບຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຮຸ່ງເຮືອງຍິ່ງໆຂຶ້ນ. ຄະນະຜູ້ແທນລາວຍັງໄດ້ສືບຕໍ່ຢ້ຽມຊົມຜົນງານດ້ານສິລະປະ ແລະ ຫັດຖະກໍາທີ່ມີຄວາມປານີດ, ວິຈິດງົດງາມ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງສູນວິຈິດຕະກຳມານຊູແດ, ສະທ້ອນໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈ ຕໍ່ຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານວັດທະນະທໍາຂອງ ສປປ ເກົາຫຼີ ທີ່ຖືກຖ່າຍທອດອອກມາຢ່າງສວຍສົດງົດງາມ ແລະ ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ທີ່ມີໂອກາດໄດ້ມາຢ້ຽມຊົມ.
May be an image of 13 people and text