ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍ້ຕົກລົງການຄ້າ ອິນເດຍ-EFTA ມີຜົນບັງຄັບໃຊ້ແລ້ວ.

Oct 9, 2025

 

ວັນທີ 1 ຕຸລາ 2025 ທີ່ນະຄອນຫຼວງນິວເດັນລີ, ປະເທດອິນເດຍ ໄດ້ລິເລີ່ມປະຕິບັດຂໍ້ຕົກລົງການຄ້າ ແລະ ຄູ່ຮ່ວມເສດຖະກິດຄັ້ງປະຫວັດສາດ ລະຫວ່າງ ອິນເດຍ ແລະ ສະມາຄົມການຄ້າເສລີເອີຣົບ (EFTA) ຊື່ງເລີ່ມມີຜົນບັງຄັບໃຊ້ນັບຕັ້ງແຕ່ ວັນທີ 1 ຕຸລາ 2025 ເປັນຕົ້ນໄປ, ໂດຍເປັນຂີດໝາຍສໍາຄັນ ໃນການມີສ່ວນຮ່ວມທາງດ້ານເສດຖະກິດຂອງອິນເດຍໃນເວທີສາກົນ. ຂໍ້ຕົກລົງດັ່ງກ່າວໄດ້ລົງນາມມາຕັ້ງແຕ່ວັນທີ 10 ມີນາ 2024, ໂດຍໄດ້ກໍານົດຄໍາໝັ້ນສັນຍາທີ່ມີຜົນຜູກມັດດ້ານການລົງທຶນໂດຍກົງຈາກຕ່າງປະເທດ ຈຳນວນ 100 ຕື້ໂດລາ ຈາກບັນດາປະເທດສະມາຊິກ EFTA ຢູ່ອິນເດຍພາຍໃນ 15 ປີຂ້າງໜ້າ ( ລວມມີ : ສະວິດ, ນອກແວ, ໄອສແລນ ແລະ ເລັກເຕນສະເຕນ) ເປັນການສ້າງວຽກເຮັດງານທຳໂດຍກົງໃຫ້ 1 ລ້ານຕໍາແໜ່ງ. ການຕົກລົງການຄ້າ ແລະ ຄູ່ຮ່ວມເສດຖະກິດ ຫຼື TEPA ແມ່ນຂໍ້ຕົກລົງທີ່ທັນສະໄໝ ແລະ ຄວບຄຸມ 14 ບົດ, ອອກແບບມາເພື່ອຊຸກຍູ້ການສົ່ງອອກໃນຂະແໜງການບໍລິການທີ່ສໍາຄັນເຊັ່ນ: ເທັກໂນໂລຊີຂໍ້ມູນຂ່າວສານ (IT), ການບໍລິການທຸລະກິດ, ການສຶກສາ, ແລະ ການບໍລິການດ້ານສື່ສານສຽງ-ຮູບພາບ.

ທ່ານ ຍໍເກສຊາ ສາງວານ ເອກອັກຄະລະຖະທູດອິນເດຍປະຈຳລາວ ມີຄຳເຫັນວ່າ: ( Mr. Yogeshwar Sangwan, India Ambassador in Laos ) ອິນເດຍ ແລະ ສະມາຄົມການຄ້າເສລີເອີຣົບ (EFTA) ໄດ້ລົງນາມໃນສັນຍາສະບັບໜຶ່ງທີ່ມີຜົນບັງຄັບໃຊ້ໃນວັນທີ 1 ຕຸລາ 2025.
ພາຍໃຕ້ສັນຍາດັ່ງກ່າວ, 92,2% ຂອງລາຍການພາສີສິນຄ້ານໍາເຂົ້າຂອງ EFTA ຈະໃຫ້ສິດຍົກເວັ້ນພາສີແກ່ສິນຄ້າອິນເດຍ, ຊຶ່ງເທົ່າກັບປະມານ 96% ຂອງສິນຄ້າທີ່ອິນເດຍສົ່ງອອກໄປ EFTA. ສິນຄ້າທີ່ບໍ່ແມ່ນຜະລິດຕະພັນກະສິກໍາທັງໝົດຈະໄດ້ຮັບການຍົກເວັ້ນພາສີ, ຈະນຳໃຊ້ການເກັບພາສີແບບເປັນຂັ້ນ (graded tariffs) ກັບຜະລິດຕະພັນກະສິກຳປຸງແຕ່ງຈາກອິນເດຍ.

ຂໍ້ຕົກລົງການຄ້າ ແລະ ຄູ່ຮ່ວມເສດຖະກິດ ລະຫວ່າງ ອິນເດຍ–EFTA ແມ່ນຂີດໝາຍປະຫວັດສາດ, ຈະຊ່ວຍເພີ່ມການເຂົ້າເຖິງຕະຫຼາດສໍາລັບສິນຄ້າ ແລະ ການບໍລິການ, ເສີມສ້າງສິດຊັບສິນທາງປັນຍາ ແລະ ສົ່ງເສີມການພັດທະນາແບບຍືນຍົງ ແລະ ທົ່ວເຖິງ, ພ້ອມທັງສະໜັບສະໜູນຂໍ້ລິເລີ່ມການ “ຜະລິດໃນອິນເດຍ” (Make in India) ແລະ “ອິນເດຍເພິ່ງພາຕົນເອງໄດ້”