ຕອນຄໍ່າຂອງວັນທີ 9 ກັນຍາ 2025, ທີ່ ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ມີພິທີສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ຢ່າງເປັນທາງການ. ມີທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານລາວ ແລະ ທ່ານ ວະລາດີເມຍ ກາລີນິນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈໍາລາວ ຕາງໜ້າລັດຖະບານຣັດເຊຍ ພ້ອມດ້ວຍແຂກຮັບເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງສະຫວັນ ພົມວິຫານ ແລະທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວຄໍາເຫັນ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືໃນໄລຍະຫຼາຍກວ່າຫົກທົດສະວັດຜ່ານມາລະຫວ່າງສອງລັດຖະບານກໍຄື ປະຊາຊົນສອງຊາດລາວ-ຣັດເຊຍ. ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 7 ຕຸລາ 1960 ເປັນຕົ້ນມາ,ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນຫຼາຍລະດັບຢ່າງປົກກະຕິ ທັງໃນສາຍພັກ, ລັດ ແລະ ເອກະຊົນ; ການຮ່ວມມືຂອງສອງຝ່າຍແມ່ນກວມເອົາເກືອບທຸກຂະແໜງການ ເປັນຕົ້ນ: ການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະລັງງານ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ ແລະ ດ້ານອື່ນໆ; ສອງປະເທດມີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນແລະກັນຢ່າງເລິກເຊິ່ງ ພ້ອມທັງສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຢູ່ໃນພາກພື້ນອາຊີ-ປາຊີຟິກ.
ມາຮອດປັດຈຸບັນ,ການພົວພັນຮ່ວມມືຂອງສອງປະເທດ ຍິ່ງໄດ້ຮັບການສືບຕໍ່ເພີ່ມພູນຄູນສ້າງ ແລະ ກ້າວເຂົ້າສູ່ລວງເລິກຍິ່ງຂຶ້ນ, ພ້ອມທັງສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ຊຸກຍູ້ ແລະ ຮັດແໜ້ນສາຍພົວພັນຮ່ວມມືທີ່ດີໃນປັດຈຸບັນລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ ໂດຍສະເພາະແມ່ນສຸມໃສ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍຂຶ້ນສົມຄູ່ກັບດ້ານການເມືອງ ແລະ ຄວາມໝັ້ນຄົງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແກ່ພາລະກິດການປະຕິວັດ ຂອງລາວ ໃນເມື່ອກ່ອນ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ.
ການສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ ໃນປີນີ້ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ມີກິດຈະກໍາສໍາຄັນຮ່ວມກັນເຊັ່ນ: ບັນດາການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນສານຊົມເຊີຍເຊິ່ງກັນແລະກັນ. ນອກນີ້ ຍັງມີການແລກປ່ຽນບົດຄວາມລະຫວ່າງ ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ, ການສາຍຮູບເງົາຮອບພິເສດຂອງ ຣັດເຊຍ ເລື່ອງ“ຄວາມຮັກຂອງສະຫະພາບໂຊວຽດ” ຢູ່ນະຄອນຫຼວງວຽງຈັນເພື່ອຮັດແໜ້ນຄວາມສາມັກຄີ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງລາວ ແລະ ຣັດເຊຍ ທີ່ມາມີຢ່າງຍາວນານ ແລະ ພວມໄດ້ຮັບການເສີມຂະຫຍາຍໃຫ້ເກີດໝາກຜົນຕົວຈິງຫຼາຍກວ່າເກົ່າໃນຕໍ່ໜ້າ.


