ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮມຊຸມນຸມສະເຫຼີມສະຫຼອງ 80 ປີ ວັນການທູດລາວ

Oct 13, 2025

ຕອນເຊົ້າຂອງວັນທີ 10 ຕຸລາ 2025, ທີ່ຫໍປະຊຸມແຫ່ງຊາດ, ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945 – 12 ຕຸລາ 2025) ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ອະດີດການນໍາຂັ້ນສູງ, ບັນດາການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ພະນັກງານປະຕິວັດອາວຸໂສ, ແຂກຮັບເຊີນເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ ປະມານ 2.000 ຄົນ.
ໃນພິທີ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລາຍງານການເຄື່ອນໄຫວວຽກງານການທູດລາວ ໄລຍະ 80 ປີຜ່ານມາ ໂດຍໄດ້ເນັ້ນໃຫ້ເຫັນວ່າ: ການປະກາດເອກະລາດຂອງປະເທດລາວ ໃນວັນທີ 12 ຕຸລາ 1945 ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງອາວຸດ, ການຕໍ່ສູ້ທາງດ້ານການ ເມືອງຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງການນໍາລາວຮຸ່ນກ່ອນທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກຈັກກະພັດຕ່າງຊາດ, ໃນນັ້ນ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນການນໍາລາວຮຸ່ນບຸກເບີກໃຫ້ວຽກງານການທູດລາວ, ຊຶ່ງເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງວຽກງານການຕ່າງປະເທດລາວ ຈົນມາເຖິງປັດຈຸບັນ. ໂດຍເຫັນໄດ້ເຖິງຄວາມໝາຍສໍາຄັນຂອງຜົນງານດັ່ງກ່າວ, ກົມການເມືອງສູນກາງພັກ ຈຶ່ງໄດ້ຕົກລົງເຫັນດີກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວຢ່າງເປັນທາງການ.
May be an image of text
ຕະຫຼອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ຂະແໜງການຕ່າງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະລິມານ ແລະ ຄຸນນະພາບ. ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ຕາມທິດນໍາ “ເພີ່ມມິດ ຫຼຸດຜ່ອນສັດຕູ” ໂດຍນໍາໃຊ້ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ, ຫຼາຍຮູບແບບ ແລະ ຫຼາຍສີສັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຂະແໜງການຕ່າງປະເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງເງື່ອນໄຂເອື້ອອໍານວຍທີ່ຈໍາເປັນໃຫ້ແກ່ການເປີດກວ້າງສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດທັງຜູ້ຢູ່ໃກ້ ແລະ ໄກ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ຈາກເພື່ອມິດສາກົນມາໂດຍຕະຫຼອດ ແລະ ຍົກສູງບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 151 ປະເທດ; ມີສາຍພົວພັນກັບພັກການເມືອງ 145 ພັກ ຈາກ 82 ປະເທດ, ຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ ແລະ ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ລາວ ຈໍານວນ 18 ແຫ່ງ; ມີດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບ 60 ກວ່າປະເທດຢູ່ໃນໂລກ. ສປປ ລາວ ຍັງໄດ້ເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມ ແລະ ບຸກທະລຸ, ຊຶ່ງໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ການເຄື່ອນໄຫວການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການຮ່ວມມືກັບສາກົນ; ໄດ້ສໍາເລັດການປັກຫຼັກໝາຍຊາຍແດນຮ່ວມກັບຈີນ, ຫວຽດນາມ ແລະ ມຽນມາ ພ້ອມທັງຈະສືບຕໍ່ສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັບໄທ ແລະ ກໍາປູເຈຍ; ໄດ້ມີຄວາມຫ້າວຫັນໃນການປະຕິບັດພັນທະຂອງຕົນຕໍ່ສົນທິສັນຍາຕ່າງໆ ທີ່ໄດ້ເຂົ້າຮ່ວມເປັນພາຄີ ລວມ 1.500​ ກວ່າສະບັບ, ໃນຂອບຫຼາຍຝ່າຍຫຼາຍກວ່າ 900 ສະບັບ ແລະ ໄດ້ສໍາເລັດການສ້າງກົດໝາຍຂອງຂະແໜງການຕ່າງປະເທດ ຈໍານວນ 5 ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ.
No photo description available. May be an image of text
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ໂດຍໄດ້ຍ້ອງຍໍຊົມເຊີຍບັນດາຜົນສໍາເລັດທີ່ຂະແໜງການຕ່າງປະເທດ ຍາດມາໄດ້ໃນ 80 ປີຜ່ານມາ ແລະ ໄດ້ຢໍ້າໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນຂອງວຽກງານການທູດ ໃນການປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງໄດ້ໃຫ້ທິດຊີ້ນໍາຕໍ່ຂະແໜງການຕ່າງປະເທດ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ດີທີ່ຍາດມາໄດ້ໃນໄລຍະຜ່ານມາ, ສືບຕໍ່ເປັນເສນາທິການດ້ານການຕ່າງປະເທດ ໃຫ້ແກ່ ພັກ-ລັດ, ຈົ່ງພ້ອມກັນບຸກບືນກ້າວຂຶ້ນຍາດເອົາຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໂດຍສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ມິດຕະພາບ, ນັບຖືຄວາມເປັນເອກະລາດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເປັນຫຼັກການພື້ນຖານ; ເປີດກວ້າງການພົວພັນໄປສູ່ຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ເພີ່ມມິດຫຼຸດຜ່ອນສັດຕູ, ການທູດການເມືອງ ຕິດພັນກັບການທູດເສດຖະກິດ, ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພ້ອມທັງສ້າງແນວທາງການທູດເສດຖະກິດ ເອກະລາດ ແລະ ເປັນເຈົ້າຕົນເອງ, ສືບຕໍ່ການເຄື່ອນໄຫວຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດຮ່ວມອຸດົມການສັງຄົມນິຍົມ, ບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດຄູ່ຮ່ວມຍຸດທະສາດ ແລະ ປະເທດເພື່ອນມິດເພື່ອການພັດທະນາ ເພື່ອຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຂົ້າມາພັດທະນາປະເທດຊາດ ໃຫ້ມີຄວາມຮັ່ງມີເຂັ້ມແຂງ ແລະ ນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກຕື່ມວ່າ: ໃນສະພາບການຂອງໂລກທີ່ມີການປ່ຽນແປງຢ່າງສັບສົນ, ໄວວາ, ເຂັ້ມຂຸ້ນ ແລະ ມີຫຼາຍສິ່ງທ້າທາຍ, ສະນັ້ນ ນັກການທູດຍຸກໃໝ່ ຕ້ອງເປັນນັກຮົບປະຈັນບານທີ່ເຂັ້ມແຂງທາງດ້ານສະຕິປັນຍາ, ມັນສະໝອງ ແລະ ກໍາລັງກາຍ, ທັນສະພາບການ ແລະ ເລິກເຊິ່ງທາງດ້ານຄວາມຄິດ, ສະດຸ້ງໄວ ຕໍ່ສະພາບການທີ່ເກີດຂຶ້ນ, ຮັບມືຢ່າງທັນການ, ເປັນເສນາທິການໃຫ້ພັກ, ລັດຖະບານ ຢ່າງສະຫຼາດ, ມີພິກໄຫວ, ຄົ້ນຄວ້າເລິກເຊິ່ງເຖິງຖອງ, ເອົາທັດສະນະໃຫ້ຊັດເຈນ ແລະ ບໍ່ຜິດເຂວ; ພ້ອມທັງໄດ້ຝາກຄໍາເວົ້າທີ່ເປັນຄະຕິເຕືອນໃຈຂອງຜູ້ນໍາປະຕິວັດ ໄວ້ໃຫ້ນັກການທູດວ່າ: “ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງສ້າງໄດ້ຄວາມສະຫຼາດສ່ອງໃສ”.
May be an image of text
ໃນພິທີສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນຄັ້ງນີ້, ບັນດາການນໍາພັກ-ລັດ ແລະ ບັນດາແຂກທີ່ເຂົ້າຮ່ວມ ກໍໄດ້ຮັບຊົມການວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ ກ່ຽວກັບ ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດຕະຫຼອດໄລຍະ 80 ປີຜ່ານມາຂອງລາວ, ພ້ອມທັງໄດ້ມີພິທີນຳສະເໜີປຶ້ມການທູດ 80 ປີຕື່ມອີກ.
May be an image of one or more people, dais and text May be an image of one or more people and dais
ຕອນບ່າຍຂອງວັນດຽວກັນ, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີເປີດຢ້ຽມຊົມຫ້ອງມູນເຊື້ອ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
May be an image of text May be an image of one or more people and text