ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ່າງເພື່ອສຸຂະພາບ ສະຫຼອງວັນການທູດລາວ ຄົບຮອບ 80 ປີ

Oct 13, 2025

ວັນທີ 11 ຕຸລາ 2025 ທີ່ເດີ່ນປະຕູໄຊ, ກະຊວງການຕ່າງປະເທດ ໄດ້ຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of text that says 'ฉะบอมยดๆ សេះឡើសះហលខ១ อับคบ อับถามหูกลาอ ถ็บรอบ 80ปี 80 ป (12 ตุลๆ 1945- 12 ពុត 2025) BGC .プい JIGU GOU 00T 130 30일'
ໃນພິທີ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານການທູດລາວ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການປະຕິວັດປົດປ່ອຍຊາດ, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າຂອງປະຊາຊົນລາວວິລະຊົນ ຜູ້ໄຝ່ຫາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກຫອມສັນຕິພາບ ໄດ້ປະກາດເອກະລາດ ແລະ ແນວທາງນະໂຍບາຍການຕ່າງປະເທດຂອງຕົນ ໃຫ້ປະຊາຄົມໂລກໄດ້ຮັບຮູ້, ພ້ອມທັງຍົກໃຫ້ເຫັນເຖິງຂະບວນວິວັດແຫ່ງການເຄື່ອນໄຫວການທູດ ກໍຄື ບັນດາຜົນສໍາເລັດ ຂອງຂະແໜງການຕ່າງປະເທດ ທີ່ຍາດມາໄດ້ໃນຕຫຼອດໄລຍະ 8 ທົດສະວັດຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະການເປີດກວ້າງການຮ່ວມມື ແລະ ຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດກັບຫຼາຍປະເທດ ລວມທັງການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານສາກົນ ຢ່າງມີຄວາມຮັບຜິດຊອບ ດ້ວຍຫຼາຍຮູບການ ໃນເວທີອົງການສະຫະປະຊາຊາດ, ອາຊຽນ, ຂອບການຮ່ວມມືພາກພື້ນ ແລະ ອະນຸພາກພື້ນຕ່າງໆ ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”, ຕາມທິດນໍາ ເພີ່ມມິດຫຼຸດຜ່ອນສັດຕູ ແລະ ມີການພົວພັນແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍລະດັບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາທີ່ກວ້າງຂວາງຢູ່ພາຍໃນປະເທດ, ປະກອບສ່ວນເຂົ້າໃນພາລະກິດລວມຂອງພາກພື້ນ ແລະ ສາກົນ, ເພີ່ມທະວີການເຄື່ອນໄຫວການທູດການເມືອງຕິດພັນກັບການທູດເສດຖະກິດ, ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນກັບຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງ ແລະ ຈຸດພິເສດດ້ານພູມສາດຂອງປະເທດ, ກໍາເອົາກາລະໂອກາດຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດຂອງອະນຸພາກພື້ນ, ສືບຕໍ່ເພີ່ມທະວີການເຄື່ອນໄຫວວຽກງານການທູດປະຊາຊົນ ບົນພື້ນຖານການເຄົາລົບເອກະລາດ, ອໍານາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ອໍານວຍຄວາມສະດວກໃຫ້ປະຊາຊົນ ໃນການເດີນທາງໄປມາຫາສູ່ໃຫ້ມີຄວາມສະດວກສະບາຍ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະກິດຂອງທ້ອງຖິ່ນໃຫ້ເຕີບໂຕຢ່າງໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄື ບັນເປົ້າໝາຍປີ 2030 ເພື່ອການພັດທະນາແບບຍືນຍົງ (SDG).
May be an image of the Arc de Triomphe May be an image of monument and text
ນອກຈາກກິດຈະກໍາຍ່າງເພື່ອສຸຂະພາບແລ້ວ, ໃນພິທີຍັງໄດ້ເປີດໂອກາດໃຫ້ ຜູ້ເຂົ້າຮ່ວມໄດ້ຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບວັນການທູດລາວ, ການຈັດກິດຈະກໍາຄັ້ງນີ້ແມ່ນມີຜົນສໍາເລັດຢ່າງຈົບງາມ.