ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ລະຫວ່າງວັນທີ 09-11 ຕຸລາ 2025, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳພັກ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອ້າຍນ້ອງ.

ໃນໄລຍະເຄື່ອນໄຫວຢູ່ ສປປ ເກົາຫຼີ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ແລະ ຊົມການສະແດງສິລະປະກາຍະກຳ ທີ່ສະໜາມກິລາ 1 ພຶດສະພາ ໃນຕອນແລງວັນທີ 9 ຕຸລາ 2025, ເຂົ້າຮ່ວມພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນຕອນແລງວັນທີ 10 ຕຸລາ 2025. ພ້ອມນີ້, ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຈຳນວນໜຶ່ງ ເປັນຕົ້ນ: ຢ້ຽມຊົມບ້ານມັນກຽງແດ (ບ້ານເກີດຂອງ ປະທານ ກິມອິນຊຸງ), ຫໍວາງສະແດງຜະລິດຕະພັນອຸດສະຫະກໍາເບົາ ແລະ ຫໍພິພິທະພັນປະຫວັດສາດໄຊຊະນະສົງຄາມປົດປ່ອຍປິຕິພູມ.

ການເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ.



