ທ່ານ ສີຈິ້ນຜິງ ໃຫ້ຄວາມສຳຄັນໃນການກອບກູ້ ແລະ ອະນຸລັກຮ່ອງຮອຍບູຮານຄະດີ ໃນ 25 ປີກ່ອນ

ຮ່ອງຮອຍມະນຸດບູຮານວ້ານໂຊ້ຢຽນ ທີ່ຄົ້ນພົບຢູ່ໃນຖ້ຳທາງທິດຕາເວັນຕົກສຽງເໜືອຂອງບ້ານຢຽນສຽນຊຸ່ນ ຕາແສງຢຽນສຽນ ນະຄອນສ່ານໝິງ ແຂວງຟູຈ້ຽນ ແມ່ນຢູ່ໃນໄລຍະຕົ້ນຂອງຍຸກຫີນເກົ່າທີ່ມີປະຫວັດສາດດົນນານກວ່າໝູ່ຢູ່ພາກໃຕ້ຂອງຈີນ.
ປີ 1999, ຢູ່ໃນຮ່ອງຮອຍມະນຸດບູຮານວ້ານໂຊ້ຢຽນ ໄດ້ຄົ້ນພົບເຄື່ອງມືທີ່ເຮັດດ້ວຍຫີນທີ່ຄົນປະຖົມບູຮານປະດິດສ້າງຂຶ້ນ ແລະ ຊາກຫີນສັດລ້ຽງລູກດ້ວຍນົມເປັນຈຳນວນຫລວງຫລາຍ, ຜົນການຄົ້ນພົບດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ປະຫວັດສາດຂອງຟູຈ້ຽນ ມີພູມຫລັງມາຍາວນານເຖິງ 185.000 ປີ.
ແຕ່ວ່າເມື່ອ 20 ກວ່າປີກ່ອນ, ຮ່ອງຮອຍບູຮານຄະດີກ່ອນປະຫວັດສາດທີ່ລ້ຳຄ່າແຫ່ງນີ້ຊ້ຳພັດເຄີຍປະສົບຄວາມສ່ຽງທີ່ຈະຖືກທຳລາຍ. ເພາະວ່າ ຫີນຂອງພູວ້ານໂຊຢຽນ ເປັນແຮ່ຫີນປູນທີ່ມີຄຸນນະພາບດີ ເຊິ່ງສາມາດນຳໃຊ້ເຂົ້າໃນການຫລອມເຫລັກກ້າ. ສະນັ້ນ ໂຮງງານຜະລິດເຫລັກກ້ານະຄອນສ່ານໝິງ ຈຶ່ງໄດ້ນຳໃຊ້ເງິນທຶນກ້ອນໃຫຍ່ເຂົ້າໃນການສຳປະທານເພື່ອຂຸດຄົ້ນແຮ່ຫີນປູນຂອງພູວ້ານໂຊຢຽນ ເປັນເວລາ 20 ປີ.

ເມື່ອການອະນຸລັກມໍລະດົກວັດທະນະທຳ ກັບການພັດທະນາເສດຖະກິດເກີດມີຂໍ້ຂັດແຍ້ງຮຸນແຮງຕໍ່ກັນ, ຊາຕາກຳຂອງພູວ້ານໂຊ້ຢຽນ ຈະເປັນຄືແນວໃດ?
ວັນທີ 1 ມັງກອນ 2000, ທ່ານ ສີຈິ້ນຜິງ ວ່າການເຈົ້າແຂວງ ແຂວງຟູຈ້ຽນ ໃນເວລານັ້ນໄດ້ອອກຄຳຊີ້ນຳສຳຄັນວ່າ: ໃຫ້ໂຮງງານຜະລິດເຫລັກກ້າສ່ານໝິງ ຍຸດຕິການລະເບີດເພື່ອຂຸດຄົ້ນແຮ່ຫີນທັນທີ; ອົງການປົກຄອງນະຄອນສ່ານໝິງ ຕ້ອງປະສານງານຊ່ວຍໂຮງງານດັ່ງກ່າວເພື່ອເລືອກຈຸດຂຸດຄົ້ນບໍ່ຫີນແຫ່ງໃໝ່ໂດຍໄວ ເພື່ອບັນລຸການອະນຸລັກມໍລະດົກວັດທະນະທຳ ແຕ່ບໍ່ສົ່ງຜົນກະທົບເຖິງການພັດທະນາເສດຖະກິດ; ພະແນກວັດທະນະທຳແຂວງ ຕ້ອງດຳເນີນວຽກງານຂຸດຄົ້ນ, ສັນນະສູດ ແລະ ປົກປັກຮັກສາຮ່ອງຮອຍບູຮານຄະດີໃຫ້ເກີດມີປະສິດທີຜົນຕື່ມອີກ ເພື່ອຍາດແຍ່ງໃຫ້ໄດ້ຮັບຜົນຂອງການຄົ້ນພົບສຳຄັນອັນໃໝ່; ມອບໃຫ້ແຂວງຈັດສັນງົບປະມານ 500.000 ຢວນ ເພື່ອໃຊ້ໃນການຂຸດຄົ້ນບູຮານຄະດີ ແລະ ອະນຸລັກຮ່ອງຮອຍດັ່ງກ່າວ. ຄຳຊີ້ນຳດັ່ງກ່າວໄດ້ຊ່ວຍເຫລືອຮ່ອງຮອຍວ້ານໂຊ້ຢຽນ ໃຫ້ລອດຈາກການຖືກລະເບີດເພື່ອຂຸດຄົ້ນຫີນ.
ຈາກນັ້ນມາ, ອົງການປົກຄອງທ້ອງຖິ່ນໄດ້ກຳນົດຂອບເຂດພື້ນທີ່ອະນຸລັກ, ສ້າງຕັ້ງອົງການອະນຸລັກ, ປະຕິບັດໂຄງການອະນຸລັກ ແລະ ດຳເນີນການບູລະນະຟື້ນຟູສິ່ງແວດລ້ອມທຳມະຊາດເປັນຕົ້ນ, ຮ່ອງຮອຍວ້ານໂຊ້ຢຽນ ທີ່ໄດ້ກັບຄືນສູ່ຄວາມສະຫງົບຈາກການຖືກລະເບີດເພື່ອຂຸດຄົ້ນຫີນໃນເມື່ອກ່ອນນັ້ນໄດ້ຮັບການອະນຸລັກຮັກສາຢ່າງລະມັດລະວັງ.
ເວລາຜ່ານໄປ 20 ກວ່າປີ, ທຸກມື້ນີ້, ພູວ້ານໂຊ້ຢຽນ ໄດ້ຫັນຈາກແຫລ່ງຜະລິດບໍ່ຫີນເກົ່າ ທີ່ເຄີຍຖືກທຳລາຍຢ່າງໜັກໜ່ວງໃນເມື່ອກ່ອນ ກາຍມາເປັນສວນສາທາລະນະທີ່ກວມເຖິງການວາງສະແດງຮ່ອງຮອຍບູຮານຄະດີ, ການສຶກສາອົບຮົບ ແລະ ເຜີຍແຜ່ຄວາມຮູ້ດ້ານວິທະຍາສາດ, ການຄົ້ນຄວ້າວິຊາການ ແລະ ການທ່ອງທ່ຽວແບບອະນຸລັກ.
ທ່ານ ສີຈິ້ນຜິງ ໃຫ້ຄວາມສຳຄັນສູງຕໍ່ວຽກງານການອະນຸລັກ ແລະ ສືບສານມໍລະດົກວັດທະນະທຳ, ບໍ່ວ່າຈະໄປເຮັດວຽກຢູ່ທ້ອງຖິ່ນໃດ ເພິ່ນລ້ວນແຕ່ໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ວຽກງານອະນຸລັກມໍລະດົກວັດທະນະທຳຂອງທ້ອງຖິ່ນນັ້ນ. ຕົວຢ່າງເຊັ່ນ:
ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໄດ້ເດີນທາງໄປສຳຫລວດຄົ້ນຄວ້າ ແລະ ເກັບກຳຂໍ້ມູນຢູ່ຮ່ອງຮອຍເມືອງບູຮານຫລຽງຈູ ສອງຄັ້ງ, ເພື່ອຊ່ວຍແກ້ໄຂບັນຫາຫຍຸ້ງຍາກໃນການປິດບໍ່ແຮ່ຢູ່ເຂດຮ່ອງຮອຍເມືອງບູຮານຫລຽງຈູ ເຊິ່ງເຮັດໃຫ້ຮ່ອງຮອຍບູຮານສະຖານທີ່ມີປະຫວັດສາດພັນປີສາມາດຟື້ນຊີບຄືນໃໝ່.
ປີ 2012, ທ່ານ ສີຈິ້ນຜິງ ໄດ້ເປັນຫົວໜ້າໜ່ວຍງານຮ່າງບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ, ເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ລະບຸຄຳວ່າ “ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ” ເຂົ້າໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ. ຈາກນັ້ນມາ, ເພິ່ນໄດ້ຈັດເອົາແນວຄິດດັ່ງກ່າວເຊື່ອມສານເຂົ້າໃນ “4 ຄວາມໝັ້ນໃຈຕົນເອງ” ຂອງລັດທິສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ພ້ອມທັງເນັ້ນໜັກວ່າ: ຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ ເປັນພະລັງແຮງທີ່ເປັນພື້ນຖານທີ່ສຸດ, ເລິກເຊິ່ງທີ່ສຸດ ແລະ ຍືນຍົງທີ່ສຸດ.
ກ່ຽວກັບຄຳຖາມທີ່ວ່າ ເປັນຫຍັງຈຶ່ງຕ້ອງມີຄວາມໝັ້ນໃຈຕົນເອງດ້ານວັດທະນະທຳ?
ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳຕອບອັນຊັດເຈນວ່າ: “ອະລິຍະທຳ ໂດຍສະເພາະແມ່ນວັດທະນະທຳແນວຄິດ ເປັນມິ່ງຂວັນຂອງປະເທດໜຶ່ງ ແລະ ຊົນຊາດໜຶ່ງ. ບໍ່ວ່າປະເທດໃດ ແລະ ຊົນຊາດໃດກໍຕາມ, ຖ້າຫາກບໍ່ທະນຸຖະໜອມວັດທະນະທຳແນວຄິດຂອງຕົນ, ສູນເສຍວັດທະນະທຳແນວຄິດທີ່ເປັນມິ່ງຂວັນແລ້ວ, ປະເທດ ແລະ ຊົນຊາດນັ້ນແມ່ນບໍ່ສາມາດຍືນຍົງຄົງຕົວໄດ້ ”
ໃນໂອກາດການຢ້ຽມຊົມຫໍພິພິທະພັນເຄື່ອງທອງສຳລິດປາວຈີ່ ແຂວງສ້ານຊີ, ທ່ານ ສີຈິ້ນຜິງ ໄດ້ຢຸດ ແລະ ສັງເກດເບິ່ງຢ່າງຈົດຈໍ່ຢູ່ຕໍ່ໜ້າ “ເຫີຈວຸ່ນ” ເຄື່ອງທອງສຳລິດທີ່ເປັນສິ່ງປະເສີດລະດັບຊາດ, ເພິ່ນກ່າວວ່າ: “ອະລິຍະທຳຈີນ ທີ່ມີປະຫວັດຄວາມເປັນມາ 5.000 ກວ່າປີ ຍັງຕ້ອງຂຸດຄົ້ນຕື່ມອີກ, ລົງເລິກສຶກສາຄົ້ນຄວ້າ, ອະທິບາຍເນື້ອໃນ ແລະ ຈິດໃຈຂອງມັນ, ໂຄສະນາເຜີຍແຜ່ສະຕິປັນຍາອັນຍອດຍິ່ງທີ່ເຊື່ອມສານຢູ່ໃນຫັ້ນ, ເພື່ອເຮັດໃຫ້ຄົນທັງຫລາຍເຄົາລົບນັບຖື ແລະ ມັກຮັກຂຶ້ນຕື່ມອີກ, ເພີ່ມຄວາມຮູ້ສຶກເອກອ້າງທະນົງໃຈຕໍ່ອະລິຍະທຳຈີນ, ເສີມຂະຫຍາຍນ້ຳໃຈຮັກຊາດ, ສືບທອດວັດທະນະທຳຈີນ ທີ່ມີມູນເຊື້ອອັນດີງາມຈາກຮຸ່ນສູ່ຮຸ່ນຕະຫລອດໄປ.”

ຊຸມປີຜ່ານມານນີ້, ເນື່ອງຈາກໄດ້ຮັບຜົນປະໂຫຍດຈາກການອະນຸລັກ ແລະ ສືບສານຢ່າງມີປະສິດທິຜົນ, ການພັດທະນາດ້ານວັດທະນະທຳດັ້ງເດີມໄດ້ເກີດມີສະພາບການໃໝ່, ປະເທດຈີນ ທີ່ມີປະຫວັດສາດດ້ານອະລິຍະທຳ 5.000 ກວ່າປີ ໄດ້ປາກົດມີກະແສນິຍົມດ້ານວັດທະນະທຳອັນໃໝ່ຄື: ການທ່ຽວຊົມຫໍພິພິທະພັນໄດ້ກາຍເປັນວິຖີຊີວິດຢ່າງໜຶ່ງ, ມີຜູ້ຄົນຈຳນວນຫລາຍເດີນທາງໄປທ່ຽວຕົວເມືອງແຫ່ງໜຶ່ງສະເພາະ ເພື່ອຢ້ຽມຊົມຫໍພິພິທະພັນແຫ່ງໜຶ່ງເທົ່ານັ້ນ; ວັດຖຸບູຮານອັນເກົ່າແກ່ໄດ້ປາກົດຕົວອອກສູ່ສາຍຕາຂອງຊາວໂລກ ຈົນກາຍເປັນຍອດນິຍົມຂອງຜູ້ຄົນທັງຫລາຍ; ລະຄອນຟ້ອນງີ້ວພື້ນເມືອງ ແລະ ລາຍການບັນເທິງທີ່ໄດ້ເຊື່ອມໂຍງກັບວັດທະນະທຳດັ້ງເດີມທີ່ມີມູນເຊື້ອອັນດີງາມຂອງຈີນ ແລະ ໄດ້ຮັບຄວາມນິຍົມຊົມຊອບສູງປາກົດຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມວນຊົນທັງຫລາຍສາມາດສຳຜັດຮູ້ຕົວຈິງກັບພະລັງແຮງດ້ານວັດທະນະທຳຫລາຍກວ່າເກົ່າ… ໃນຂະບວນການດັ່ງກ່າວ ປະຊາຊົນຈີນ ມີຄວາມໝັ້ນໃຈຕົນເອງດ້ານວັດທະນະທຳນັບມື້ນັບໜັກແໜ້ນຂຶ້ນຕື່ມ. ດັ່ງທີ່ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: “ປະຊາຊາດຈີນ ໄດ້ສ້າງວັດທະນະທຳຈີນ ທີ່ມີປະຫວັດສາດອັນດົນນານ, ປະຊາຊາດຈີນ ກໍຍ່ອມຈະສາມາດສ້າງຄວາມສະຫງ່າລາສີອັນໃໝ່ຂອງວັດທະນະທຳຈີນ ໄດ້ແນ່ນອນ.”


