ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານວາງສະແດງສິນຄ້າ ລາວ-ໄທ,- ໄທ-ລາວ ເພື່ອສະຫຼອງກະຖິນມະຫາສາມັກຄີລະຫວ່າງສອງຊາດ

Oct 15, 2025

ງານວາງສະແດງສິນຄ້າ ລາວ-ໄທ, ໄທ-ລາວ ເພື່ອສະຫຼອງກະຖິນມະຫາສາມັກຄີລະຫວ່າງສອງຊາດປະຈຳປີ 2025 ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 14 ຕຸລາ 2025 ທີ່ສູນການຄ້າສະຫວັນໄອເຕັກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ອະພິຊາດ ເພັດຣັດ ອຸປະນາຍົກ ສະມາຄົມໄທ-ລາວ ເພື່ອມິດຕະພາບ, ທ່ານ ບົວໄລ ພານຸວົງ ເລຂາທິການສະມາຄົມລາວ-ໄທ ເພື່ອມິດຕະພາບ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
May be an image of dais and text May be an image of text that says 'งามอางสะแดงสิมถ้า ลาว ไท และ ไท- ลาว-ไท ไท-ลาว ลาว สะเต็มส รขาเค้าระถมพระรานะทา අුනී แท่ง ราอะอามาจัทไท ไท 3-19 ตุลา 2025 สะบาวัมไ9เติภ เต้ภา อัม ไ9 มพ์มวิงาาม แลวงสะทวัมมะเลด'
ການຈັດງານວາງສະແດງສິນຄ້າລາວ-ໄທ,ໄທ-ລາວ ເພື່ອສະຫຼອງກະຖິນມະຫາສາມັກຄີລະຫວ່າງສອງຊາດປະຈຳປີ 2025 ແລະ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ສ່ວນວັນສົມໂພດກະຖິນ ຈະຈັດຂຶ້ນໃນວັນທີ 18 ຕຸລາ 2025 ເລີ່ມແຕ່ເວລາ 17 ໂມງເປັນຕົ້ນໄປ, ເວລາ 19 ໂມງ ພິທີສະຫຼອງກະຖິນ, ຊົມການສະແດງສິລະປະລາວ-ໄທ ແລະ ພິທີມອບຜ້າຫົ່ມ, ຢາປົວພະຍາດ ແລະອື່ນໆ.
ວັນທີ 19 ຕຸລາ 2025 ພິທີເຊີນກະຖິນ ເພື່ອທອດຖວາຍທີ່ວັດສຸນັນທາຣາມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
May be an image of one or more people and text May be an image of dais and text
May be an image of one or more people and text May be an image of one or more people, suit and text
May be an image of one or more people and text No photo description available.
ຈຶ່ງຂໍເຊີນທຸກທ່ານຮ່ວມເປັນສ່ວນໜຶ່ງໃນງານທອດຖວາຍມະຫາກະຖິນໃນຄັ້ງນີ້.
ຂ່າວ-ພາບ : ວສລ