ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການໃຈບຸນສາກົນ ເດເຊເຣັດ ຫຼື ດີໄອຊີ ໄດ້ນໍາເອົາເຂົ້າສານຈໍານວນ 300 ໂຕນ ລວມມູນຄ່າ 4 ຕື້ກວ່າກີບ ມາມອບໃຫ້ສູນກາງແນວລາວສ້າງຊາດ

Oct 16, 2025

ວັນທີ 15 ຕຸລາ 2025, ທີ່ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ອົງການໃຈບຸນສາກົນ ເດເຊເຣັດ ຫຼື ດີໄອຊີ ໄດ້ນໍາເອົາເຂົ້າສານຈໍານວນ 300 ໂຕນ ລວມມູນຄ່າ 4 ຕື້ກວ່າກີບ ມາມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຜ່ານມາຢູ່ບັນດາແຂວງຄື: ວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ບໍລິຄໍາໄຊ, ຊຽງຂວາງ ແລະ ຫົວພັນ ກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການ ໃຈບຸນສາກົນ ເດເຊເຣັດ ຫຼື ດີໄອຊີ, ກ່າວຮັບໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ທັງເປັນຜູ້ຊີ້ນໍາວຽກງານ ສາສະໜາ ສູນກາງແນວລາວສ້າງຊາດ.
May be an image of one or more people, dais and text
ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ມີຄໍາເຫັນສະແດງຄວາມຂອບໃຈມາຍັງອົງການໃຈບຸນສາກົນ ເດເຊເຣັດ ຫຼື ດີໄອຊີ ທີ່ນໍາເອົາເຂົ້າສານມາມອບໃຫ້ຄັ້ງນີ້ ໂດຍຈະນຳໄປມອບໃຫ້ປະຊາຊົນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ.