ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍປະຈຳປີ 2025 ຈັດຂຶ້ນໃນວັນທີ 15 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ແລະ ຝ່າຍຫວຽດນາມ ນຳໂດຍ ພົນເອກ ຟານ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີບັນດານາຍທະຫານຂັ້ນສູງ 3 ປະເທດເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາສະພາບວຽກງານ ແລະ ການພັດທະນາປະເທດຂອງໃຜມັນ ໃນໄລຍະຜ່ານມາ, ສະແດງຄວາມຊົມເຊີຍຕໍ່ບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ທີ່ກອງທັບປະຊາຊົນລາວເປັນເຈົ້າພາບ, ເປິກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ 3 ກອງທັບກອບກູ້ໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນ, ເປິກສາຫາລືວຽກງານສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ການກໍ່ອາດຊະຍາກໍາຕ່າງໆ ທີ່ຜິດກົດໝາຍ ເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆຢ່າງທັນການ. ທັງນີ້, ເພື່ອເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ 3 ປະເທດ ໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ.

ພົນໂທ ຄໍາລຽງ ອຸທະໄກສອນ ມີຄຳເຫັນວ່າ: ລາວ, ຫວຽດນາມ, ກໍາປູເຈຍ ແມ່ນ 3 ປະເທດທີ່ມີຊາຍແດນຕິດຈອດກັນ, ເປັນ 3 ປະເທດ ທີ່ເຄີຍຕົກຢູ່ໃນຊາຕາກໍາອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນ ແບບອ້າຍນ້ອງ ເຄີຍຮ່ວມທຸກຮ່ວມສຸກນໍາກັນມາໂດຍຕະຫຼອດ, ປະຊາຊົນ 3 ຊາດອິນດູຈີນເຄີຍຕໍ່ສູ້ຄຽງບ່າຄຽງໄຫຼ່ຕ້ານພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບໃດ, ເງື່ອນໄຂໃດ ແລະ ໄລຍະໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້. ດ້ວຍເຫດນັ້ນ, ກອງທັບ 3 ປະເທດ ຈຶ່ງເປັນຫຼັກແຫຼ່ງພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີສຸດແສນລໍ້າຄ່າທີ່ເປັນມູນເຊື້ອລະຫວ່າງ 3 ຊາດ, 3 ກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງ 3 ຊາດ ກໍຄືຄວາມຢູ່ດີກິນດີ ຂອງປະຊາຊົນແຕ່ລະປະເທດ, ພວກເຮົາຕ້ອງພ້ອມກັນສ້າງເສັ້ນຊາຍແດນ 3 ຊາດ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຢ່າງແທ້ຈິງ ບົນຈິດໃຈແຫ່ງຄວາມສາມັກຄີຮັກແພງ ຂອງ 3 ຊາດ.

ໂດຍ: ບຸນຊ້ອຍ ວິໄລພອນ


