ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການປົກຄອງແຂວງວຽງຈັນ ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີVI ຂອງແຂວງ 2021 ຫາ 2025 ໂດຍຫັນເປັນແຜນງານ, ໂຄງການ ແລະ ແຜນການຈັດຕັ້ງປະຕິບັດປະຈຳປີ.

Oct 16, 2025

ໃນໂອກາດຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຈັດຂື້ນລະຫວ່າງວັນທີ 15 ຫາ 16 ຕຸລາ 2025 ທີ່ຫໍປະຊຸມໃຫ່ຍຂອງແຂວງ. ສະຫາຍ ຄຳພັນ ສິດທິດໍາພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງວຽງຈັນ ໃຫ້ຮູ້ວ່າ: ໄດ້ຍູ້ແຮງການຜະລິດເປັນສິນຄ້າຕາມທິດຫັນເປັນອຸດສາຫະກຳ-ທັນ​ສະ​ໄໝ ແລະ ການບໍລິການທ່ອງທ່ຽວ ເຮັດ​ໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນຈັງຫວະທີ່ດີ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງແຂວງໃນ 5 ປີຜ່ານມາຂະຫຍາຍຕົວສະເລ່ຍ 4,9% ສະເລ່ຍຕໍ່ຫົວຄົນໄດ້ຮັບ 23 ລ້ານກວ່າກີບ ຫຼື 1,038 ໂດລາຕໍ່ປີ. ສະເພາະປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 6%, ສະເລ່ຍຕໍ່ຫົວຄົນຈະໄດ້ຮັບ 34 ລ້ານກວ່າກີບ ຫຼື ເທົ່າກັບ 1,606 ໂດລາ, ເຮັດໃຫ້ການພັດທະນາໂດຍລວມ ກໍຄືຊີວິດການເປັນຢູ່ຂອງປະຊາຊົນແຂວງວຽງຈັນ ນັບມື້ໄດ້ຮັບການປັບປຸງຍົກສູງຂຶ້ນກວ່າເກົ່າ.
No photo description available.
ສຳລັບການພັດທະນາຕາມແລວເສດຖະກິດ 4.4.3 ຂອງແຂວງໄດ້ຂະຫຍາຍຕົວໄປຕາມທິດທາງທີ່ກໍານົດໄວ້, ຫົວ​ໜ່ວຍການຜະລິດ ແລະ ການບໍລິການ ມີ​ຈຳ​ນວນ​​ເພີ່ມ​ຂຶ້ນຢ່າງ​ຈະ​ແຈ້ງ, ການຜະລິດເປັນສິນຄ້າໄດ້ປາກົດຕົວພົ້ນເດັ່ນຂຶ້ນໃນຮູບແບບເປັນກຸ່ມ-ເປັນຟາມ, ອຸດ​ສະ​ຫະ​ກຳ-ຫັດ​ຖະ​ກຳ ປຸງ​ແຕ່ງຜົນ​ຜະ​ລິດ​ກະ​ສິ​ກຳ ແລະ ການບໍລິການທ່ອງທ່ຽວຂະຫຍາຍຕົວ ແລະ ເກີດມີໜໍ່ແໜງສິນຄ້າໂອດ໋ອບໃໝ່ເພີ່ມຂຶ້ນ.