ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນເຊົ້າວັນທີ 16 ຕຸລາ 2025 ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ພາຍຫຼັງທີ່ດໍາເນີນມາເປັນເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍອະດີດການນໍາຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ແຂກຮັບເຊີນ, ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊິກພັກ 20.0000 ກວ່າສະຫາຍຈາກທ້ອງຖິ່ນ, ພະແນກການ-ອົງການອ້ອມຂ້າງແຂວງ.

ໃນກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ໄດ້ແຈ້ງຜົນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງວຽງຈັນສະໄໝທີ VII ມີຜູ້ສະໝັກ 41 ສະຫາຍ, ເລືອກເອົາ 37 ສະຫາຍ ຍິງ 4 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ ແລະ ໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ພູທະນູເພັດ ໄຊສົມບັດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພອນແກ້ວ ຂຸນພົນ ແລະ ສະຫາຍ ພູວົງ ບຸນຊູ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ລຳໄມ ກູດລາວົງ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຄໍາປ່ຽນ ຈັນທະມັງຄຸນ ແລະ ສະຫາຍ ເຄນ ເຮືອງຄໍາແສງ ເປັນຮອງປະທານຄະນະກວດກາພັກແຂວງ. ກອງປະຊຸມໃຫຍ່ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 30 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຕື່ມອີກ.

ພາບ-ຂ່າວ : ພູເງິນ ບົວທອງ


