ວັນທີ 17 ກັນຍາ 2025, ຢູ່ສະໂມສອນໃຫຍ່ແຂວງຫົວພັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ XI ພາຍໃຕ້ການເປັນປະທານຂອງສະຫາຍ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຜູ້ຊີ້ນໍາຮອບດ້ານແຂວງຫົວພັນ ພ້ອມດ້ວຍສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ຕາງໜ້າແຂວງອ້ອມຂ້າງ ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ຜູ້ແທນສົມບູນຈໍານວນ 299 ສະຫາຍ, ຍິງ 40 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ 23.347 ສະຫາຍ, ຍິງ 5.856 ສະຫາຍ ໃນທົ່ວແຂວງ.

ສະຫາຍ ຄຳແພງ ໄຊສົມແພງ ມີຄຳເຫັນໄຂກອງປະຊຸມໃຫຍ່ວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຕະຫຼອດໄລຍະໜຶ່ງສະໄໝຜ່ານມາ ແມ່ນຢູ່ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງປະເທດເຮົາ ພົບຄວາມຫຍຸ້ງຍາກ ບວກກັບສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ ເຮັດໃຫ້ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ແຕ່ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ, ຄວາມເປັນເຈົ້າການຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຊາວແຂວງຫົວພັນ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຫຼາຍດ້ານ; ສິ່ງທີ່ເປັນພື້ນຖານ ແມ່ນລະບົບການເມືອງແຕ່ລະຂັ້ນ ສືບຕໍ່ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຕົວຊີ້ວັດດ້ານສັງຄົມສາມາດບັນລຸໄດ້ເປັນສ່ວນໃຫຍ່; ການພົວພັນຮ່ວມມືກັບບັນດາແຂວງ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຫຼາຍຂຶ້ນ; ໄດ້ດຳເນີນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນຕາມທິດກະທັດຮັດ; ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ຕາມທິດສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮັກສາໄດ້ບົດບາດເປັນແກນນຳໃນລະບົບການເມືອງແຕ່ລະຂັ້ນ.

ກອງປະຊຸມໃຫຍ່ຄັ້ງນີ້, ນອກຈາກໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງແລ້ວ ຍັງໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງ ພິຈາລະນາຮັບຮອງເອົາທິດທາງໜ້າທີ່, ຄາດໝາຍລວມວຽກງານຈຸດສຸມແຜນພັດທະນາເສດຖະກິດ-ສັງຄົມ 5 ຂອງແຂວງປີໃນຕໍ່ໜ້າ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງ.
ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ນຳພາ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຈັດຕັ້ງປະຕິມະຕິທີ່ເປັນເນື້ອໃນສຳຄັນ ແລະ ຄາດໝາຍສູ້ຊົນໃນແຕ່ລະດ້ານ ທີ່ຜູ້ແທນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາ ໃຫ້ປາກົດຜົນເປັນຈິງ ເຮັດໃຫ້ແຂວງຫົວພັນດິນແດນວິລະຊົນ ມີການຫັນປ່ຽນໃໝ່ຮອບດ້ານ, ໜັກແໜ້ນ, ໝັ້ນຄົງ ແລະ ກ້າວເດີນຕາມເສັ້ນທາງທີ່ພັກ-ລັດ ກຳນົດໄວ້. ພ້ອມນີ້, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕໍ່ໜ້າ.
ກອງປະຊຸມໃຫຍ່ ຍັງໄດ້ຮັບກຽດຢ່າງສູງ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ຕາງໜ້າໃຫ້ກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດເຍືອງທາງການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າມອບໝາຍໃຫ້, ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງວິລະຊົນ ໃຫ້ກ້າວຂຶ້ນບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ


