ຕອນບ່າຍວັນທີ 19 ຕຸລາ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ໄປຕິດຕາມ ໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມນໍ້າຂອງ ແລະ ນໍ້າຄານນະຄອນຫຼວງພະບາງ ໂດຍໄດ້ຮັບຟັງລາຍງານຫຍໍ້ໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມຂອງ ແລະ ນ້ຳຄານ ພາຍໃຕ້ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມອາຊີຕາເວັນອອກສ່ຽງໃຕ້,ມູນຄ່າກໍ່ສ້າງ 5,195,000 ກວ່າໂດລາ ໄລຍະກໍ່ສ້າງ 2 ປີ ໃຫ້ສຳເລັດ. ມາຮອດປັດຈຸບັນມີຄວາມຄືບໜ້າຫຼາຍກວ່າ 93./.
ໃນໂອກາດນີ້, ລັດຖະມົນຕີ ຍທຂ ໄດ້ສະແດງຄວາມຊົມເຊີຍ ຄະນະນໍາພະແນກ ຍທຂ ແຂວງ ທີ່ໄດ້ເອົາໃຈໃສ່ຕິດຕາມໂຄງການດັ່ງກ່າວໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ພ້ອມທັງເນັ້ນຢໍ້າໃຫ້ເອົາໃຈໃສ່ຊຸກຍູ້ຕິດຕາມການພັດທະນາໃຫ້ສາມາດສໍາເລັດໄວຕາມແຜນການ ຮັບປະກັນຄວາມສະອາດຈົບງາມໃນໄລຍະການກໍ່ສ້າງ ແລະ ຄວາມປອດໄພ ເນື່ອງຈາກນະຄອນຫຼວງພະບາງມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວເປັນຈໍານວນຫຼາຍ.




