ຕອນເຊົ້າວັນທີ 20 ຕຸລາ 2025, ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ ນະຄອນຫຼວງວຽງຈັນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໃນນາມຄະນະຊີ້ນໍາກ້ອນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຫຼື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ປະສານສົມທົບກັບກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ສ້າງແຜນການຈັດຕັ້ງການຊ້ອມປະສານສຽງກ້ອນສວນສະໝາມຄັ້ງທີ 3 ໃຫ້ບັນລຸຕາມຈຸດປະສົງຄາດໝາຍ ໂດຍມີພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຄະນະຊີ້ນໍາເດີນສວນສະໜາມ, ຄະນະນຳຊີ້ນຳ 18 ກ້ອນກຳລັງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍຫຼັງສຳເລັດການຊ້ອມປະສານສຽງຄັ້ງທີ 3, ພົນໂທ ຄຳລຽງ ອຸທະໄກສອນ ມີຄຳເຫັນຊີ້ນຳເນັ້ນໜັກໃຫ້ແຕ່ລະກ້ອນກຳລັງ ເອົາໃຈໃສ່ກຳແໜ້ນບັນດາຫຼັກການໃຫ້ເຂັ້ມງວດ, ປະສານສຽງກ້ອນກຳລັງໃຫ້ມີວິທະຍາສາດ ເພື່ອໃຫ້ທັນສະໄໝກວ່າເກົ່າ, ສີໜ້າຕ້ອງເຂັ້ມແຂງ, ເອົາໃຈໃສ່ອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກຕ່າງໆ, ຕັ້ງໜ້າຝຶກຊ້ອມໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ເພື່ອໃຫ້ການເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ມີຄວາມເຂັ້ມແຂງຈົບງາມ ແລະ ສະຫງ່າຜ່າເຜີຍ.

ຈາກນັ້ນ, ຄະນະຊີ້ນຳແຕ່ລະກ້ອນກຳລັງ ໄດ້ແລກປ່ຽນຄຳເຫັນ ເພື່ອເປັນເອກະພາບກັນດ້ານເນື້ອໃນ, ລະບຽບວິໄນ, ຮູບແຖວ, ບັນດາຈັງຫວະ, ທ່າທີຕ່າງໆ, ສີໜ້າ, ພ້ອມທັງແນະນຳວິທີການແກ້ໄຂ ໃຫ້ມີປະສິດທິພາບ ຮັບປະກັນໃຫ້ແກ່ການເດີນສວນສະໜາມ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ບັນລຸຜົນສຳເລັດ ຕາມແຜນການທີ່ວາງໄວ້ຢ່າງຈົບງາມ.


ໂດຍ: ສຸກສາຄອນ


