ພິທີເປີດບັ້ນໂຄສະນາ ແລະ ຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.
ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບັກໂຮເດຍ ເບີຄະນອ໋ຟ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳລາວ, ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິພາບ ພົມວິຫານ ມີຄຳເຫັນວ່າ: ການເລີ່ມຕົ້ນລົງເກັບກຳຂໍ້ມູນພາກສະໜາມ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຈະເລີ່ມຕົ້ນໃນວັນທີ 3 ພະຈິກ 2025. ສະນັ້ນ, ການໂຄສະນາຊຸກຍູ້ ເພື່ອໃຫ້ທຸກພາກສ່ວນເຂົ້າມາມີສ່ວນຮ່ວມ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພື່ອໃຫ້ທຸກຄົນ ແລະ ທຸກພາກສ່ວນໃນສັງຄົມຮັບຮູ້ເຂົ້າໃຈ ພ້ອມທັງເປັນເຈົ້າການມີສ່ວນຮ່ວມປະກອບສ່ວນເຂົ້າໃນການສະໜອງຂໍ້ມູນໃຫ້ນັກເດີນສໍາຫຼວດ. ການສໍາຫຼວດພົນລະເມືອຄັ້ງນີ້ ມີຄວາມສຳຄັນທີ່ສຸດ ເພາະພວກເຮົາຈະໄດ້ເກັບກຳຂໍ້ມູນສໍາຄັນກ່ຽວກັບເສດຖະກິດ ແລະ ສັງຄົມ ເປັນຕົ້ນ: ຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການເສຍຊີວິດ ແລະ ສຸຂະອະນາໄມ. ຂໍ້ມູນທີ່ເກັບກຳໄດ້ ຈະສາມາດສ່ອງແສງໃຫ້ເຫັນເຖິງໄດ້ການປ່ຽນແປງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການແຈກຢາຍຂອງພົນລະເມືອງໃນຮອບ 10 ປີຜ່ານມາ. ຂໍ້ມູນນີ້ຈະເປັນພື້ນຖານໃນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບ ຍືນຍົງ (SDGs), ເປັນຂໍ້ມູນສໍາລັບສ້າງບົດລາຍງານແຫ່ງຊາດແບບສະໝັກໃຈເຫຼັ້ມທີ 4 (VNR 4) ຂອງລັດຖະບານ; ປະເມີນຜົນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ; ການຄິດໄລ່ດັດຊະນີການພັດທະນາມະນຸດ ແລະ ຜົນປະໂຫຍດດ້ານດ້ານປະຊາກອນ, ການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ.

ມາຮອດປັດຈຸບັນ, ຖືວ່າລາວເຮົາມີຄວາມພ້ອມໃນການລົງເກັບກຳຂໍ້ມູນພາກສະໜາມແລ້ວ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງຄັ້ງນີ້ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ຈຶ່ງໄດ້ເປີດພິທີໃນມື້ນີ້ ເພື່ອປະກາດບັ້ນໂຄສະນາສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ.
ທ່ານ ສັນຕິພາບ ພົມວິຫານ ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການຮ່ວມແຮງຮ່ວມໃຈ ສະໜັບສະໜູນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ໄດ້ຮັບຜົນສາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ແລະ ຂອບໃຈມາຍັງລັດຖະບານປະເທດຈີນ, ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ຄະນະຊີ້ນໍາລະດັບຊາດ ແລະ ຂັ້ນແຂວງ, ອົງການປົກຄອງທ້ອງຖິ່ນພ້ອມທັງນັກເດີນສໍາຫຼວດ ແລະ ນັກກວດກາທຸກຄົນທີ່ທຸ້ມເທເຫື່ອແຮງ ປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະ ວິຊາການເຮັດໃຫ້ຂະບວນການກະກຽມການສໍາຫຼວດຄັ້ງນີ້ ມີຄວາມພ້ອມ ແລະ ໄດ້ຮັບຜົນສໍາເລັດ.



