ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານວາງສະແດງສິນຄ້າຂອງສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ ປະຈຳປີ 2025

Oct 23, 2025

ຕອນແລງວັນທີ 21 ຕຸລາ 2025, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ, ປະທານສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກຮັບເຊີນ.
May be an image of dais and text May be an image of dais and text
ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ ໄດ້ລາຍງານໃຫ້ຮູ້ວ່າ: ງານວາງສະແດງສິນຄ້າ ALACE EXPO ເປັນໜຶ່ງໃນ 4 ກິດຈະກໍາປະຈໍາປີ ຂອງ ສສວ, ປະກອບມີ: ກອງປະຊຸມໃຫຍ່ ຄັ້ງທີ 5 ຂອງ ສສວ, ກອງປະຊຸມທາງວິຊາການ (ALACE Forum), ALACE AWARD ແລະ ງານວາງສະແດງ (ALACE EXPO) ເປັນງານວາງສະແດງດ້ານການອອກແບບ ແລະ ກໍ່ສ້າງ, ເປັນການວາງສະແດງຜົນສໍາເລັດການເຄື່ອນໄຫວປະຈໍາປີ ໃນຂົງເຂດ ສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາຂອງລາວ. ພ້ອມນີ້, ຍັງເປັນເວທີ ແລະ ພື້ນທີ່ສຳລັບການນຳສະເໜີ, ແລກປ່ຽນຄວາມຮູ້, ການສ້າງຕາໜ່າງເຄືອຂ່າຍ, ການນໍາສະເໜີນະວັດຕະກໍາ ແລະ ການຂັບເຄື່ອນໂອກາດຂອງການພັດທະນາໃໝ່ ໃນມິຕິຂອງທຸລະກິດ, ນະວັດຕະກຳ, ການຮ່ວມມື ເພື່ອສົ່ງເສີມວິຊາຊີບ ຂອງຂະແໜງການດັ່ງກ່າວໃຫ້ຕໍ່ເນື່ອງ. ສຳລັບງານຄັ້ງນີ້, ຈະດໍາເນີນໄປ ເປັນເວລາ 7 ວັນ (ນັບແຕ່ ວັນທີ 20-26 ຕຸລາ 2025) ເປັນງານວາງສະແດງ ທີ່ຜູ້ຊົມຈະໄດ້ສຶກສາສໍາຫຼວດ ແລະ ຮຽນຮູ້ ວິວັດທະນາການຂອງສະຖາປັດຕະຍະກໍາ ແລະ ການກໍ່ສ້າງຢູ່ໃນລາວ ເລີ່ມແຕ່ພູມປັນຍາການອອກແບບກໍ່ສ້າງເຮືອນດັ້ງເດີມ ທີ່ມີຄຸນຄ່າທາງວັດທະນະທຳ ໄປຈົນເຖິງການພັດທະນາປັບປຸງອາຄານທີ່ຢູ່ອາໄສ ທີ່ມີຮູບຊົງ ແລະ ລັກສະນະຮ່ວມສະໄໝ ສາມາດຕອບສະໜອງຄວາມຕ້ອງການໃນການໃຊ້ຊີວິດທີ່ຫຼາກຫຼາຍຂອງສັງຄົມ ໄດ້ຢ່າງມີຄຸນນະພາບ. ພາຍໃນງານ ມີຮ້ານວາງສະແດງສິນຄ້າທັງໝົດ 130 ຮ້ານ, 80 ກວ່າ ບໍລິສັດ ແລະ 09 ຄູ່ຮ່ວມມື ຂອງ ສສວ ທີ່ນໍາເອົາຜະລິດຕະພັນ, ວັດສະດຸກໍ່ສ້າງທີ່ຫຼາກຫຼາຍຈາກພາຍໃນ ແລະ ຕ່າງປະເທດ, ບັນດາບໍລິສັດ ອອກແບບທີ່ເປິກສາ ແລະ ກໍ່ສ້າງ ລວມທັງຮ້ານຂອງສະມາຊິກ ສສວ, ຮ້ານຂອງອົງການຈັດຕັ້ງສາກົນ, ຮ້ານວາງສະແດງຜົນງານຂອງພາກລັດ ແລະ ພາກການສຶກສາຈໍານວນໜຶ່ງ, ຊຶ່ງມີກິດຈະກຳຫຼາກຫຼາຍທີ່ທາງ ສສວ ແລະ ຜູ້ປະກອບການຮ່ວມກັນຈັດຂຶ້ນຕະຫຼອດໄລຍະຈັດງານ 07 ວັນ.
May be an image of text May be an image of one or more people
ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ມີຄຳເຫັນວ່າ: ວຽກງານສະຖາປັດຕະຍະກຳ ແລະ ວິສະວະກຳກໍ່ສ້າງ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ຂະແໜງການກໍ່ສ້າງ ຊຶ່ງບໍ່ສາມາດຂາດໄດ້. ງານວາງສະແດງປະຈຳປີ 2025 ຂອງ ສສວ ຖືເປັນເຫດການສໍາຄັນໜຶ່ງ ສໍາລັບ ສະຖາປະນິກ ແລະ ວິສະວະກອນໂຍທາ, ນັກສຶກສາ,ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຈຳໜ່າຍສິນຄ້າ ກ່ຽວກັບການກໍ່ສ້າງ, ຊາວຄ້າຂາຍ ແລະ ປະຊາຊົນບັນດສເຜົ່າ. ງານວາງສະແດງຄັ້ງນີ້ຈະເປັນຂີດໝາຍສໍາຄັນ ຊ່ວຍນໍາເອົາຄວາມຮູ້ດ້ານສະຖາປະນິກ ແລະ ວິສະວະກຳໂຍທາ ມາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ສາມາດນໍາເອົາໄປຕໍ່ຍອດປັບປຸງໃຫ້ເຂົ້າກັບການດໍາລົງຊີວິດຂອງໃຜລາວ.
May be an image of crowd and text May be an image of dais and text that says 'AP กกะบ ะลิง Fhuuod ECO ECO-Wellness สินวิตก์ Wellness 。。 beger ·APB Roca'
ຕອນທ້າຍ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າເປີດພິທີ ຢ່າງເປັນທາງການ ພ້ອມທັງໄດ້ຢ້ຽມຊົມບັນດາຫ້າງຮ້ານ ທີ່ນຳສິນຄ້າມາວາງສະແດງພາຍໃນງານຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ