ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຈັດຂຶ້ນລະຫວ່າງ 21-24 ຕຸລາ 2025 ດ້ວຍຜົນສໍາເລັດອັນຈົບງາມ ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ມີບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ ແລະ ອົງການຈຳນວນໜຶ່ງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບສູງ, ກ້າເບິ່ງບັນຫາຢ່າງກົງໄປກົງມາ, ມີປະຊາທິປະໄຕ, ເຮັດໃຫ້ບັນຫາຕ່າງໆ ທີ່ຍົກຂຶ້ນໃນກອງປະຊຸມ ໄດ້ຮັບການອະພິປາຍ ແລະ ມີຄວາມເປັນເອກະພາບສູງ ດ້ານທັດສະນະ ແລະ ການຊີ້ນຳຈັດຕັ້ງປະຕິບັດຕົວຈິງ. ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາຢ່າງສັງລວມວ່າ ປີ 2025 ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ, ສົ່ງຜົນກະທົບ ແລະ ເກີດມີສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ດ້ວຍຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຂອງສູນກາງພັກ ແລະ ລັດຖະບານ ກໍຄືຄວາມເປັນເຈົ້າການບຸກບືນສູ້ຊົນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕະຫຼອດຮອດພະນັກງານ, ປະຊາຊົນບັນດາເຜົ່າໄດ້ມີຄວາມຕັດສິນໃຈ ເພື່ອສູ້ຊົນ, ຜ່ານຜ່າ ໄດ້ເຮັດໃຫ້ປະເທດເຮົາຮັບປະກັນໄດ້ຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂໃຫ້ຕົກໄປເປັນກ້າວໆ, ເສດຖະກິດມະຫາພາກຄ່ອຍໆມີສະຖຽນລະພາບດີຂຶ້ນ.

ບົນພື້ນຖານສະພາບການຕ່າງໆ ແລະ ຄວາມເລັ່ງທວງ ໃນສະເພາະໜ້າ ແລະ ຍາວນານ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ການນໍາທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ບັນຊາ-ຊີ້ນໍາ ແກ້ໄຂບັນຫາຢ່າງມີແຜນການ ແລະ ມີຈຸດສຸມ ເປັນຕົ້ນ: ການສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ໃຫ້ແຂງແຮງ, ສ້າງການຫັນປ່ຽນໃໝ່ໃຫ້ເລິກເຊິ່ງ, ມີປະສິດທິຜົນ ເພື່ອມ້ວນທ້າຍການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສົມບູນຍິ່ງຂຶ້ນ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ພ້ອມທັງກະກຽມບັນດາວຽກງານ ເພື່ອຮອງຮັບໃຫ້ແກ່ການຜັນຂະຫຍາຍແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນໍາວຽກງານຈຳນວນໜຶ່ງ ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ບັນດາສະຫາຍເລຂາຄະນະພັກກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ແນໃສ່ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ: ບັນຫາເສດຖະກິດ-ການເງິນ, ລາຄາສິນຄ້າ, ຄ່າຄອງຊີບ; ການຟື້ນຟູຜົນກະທົບຈາກໄພນຳ້ຖ້ວມ ທີ່ເກີດຂຶ້ນໃນລະດູຝົນຜ່ານມາ, ປັບປຸງ-ສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງເຊື່ອມຕໍ່ຕ່າງໆ, ເນື້ອທີ່ທໍາການຜະລິດ, ຊົນລະປະທານ, ເໝືອງ-ຝາຍ, ແນວພັນເຂົ້າ, ແນວພັນພືດ ສະໜອງໃຫ້ປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ; ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະ ໃຫ້ເປັນເຈົ້າການແກ້ໄຂ ບັນຫາດ້ານເຕັກນິກ-ວິຊາການ ເພື່ອເກັບກູ້, ມ້ຽນມັດຜົນຜະລິດລະດູຝົນ ແລະ ກະກຽມໃຫ້ແກ່ຂະບວນການຜະລິດລະດູແລ້ງ; ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງ ແລະ ຟື້ນຟູ-ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ຜູ້ມີລາຍຮັບຕ່ໍາ, ຜູ້ທຸກຍາກ-ດ້ອຍໂອກາດ.

ຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງ, ບັນດາແຂວງ ແລະ ກະຊວງ, ອົງການ ທີ່ສໍາເລັດແລ້ວ, ທຸກວຽກງານຕ້ອງໄດ້ຮັບການສືບຕໍ່ດໍາເນີນ ຫຼື ເຄັ່ງຮ້ອນປັບປຸງໃຫ້ເຂົ້າສູ່ການປະຕິບັດໃຫ້ວ່ອງໄວຕໍ່ເນື່ອງ ບໍ່ໃຫ້ມີຮອຍຕໍ່, ຊ່ອງວ່າງໃດໆໃນການຊີ້ນຳ ແລະ ການບໍລິຫານວຽກງານ; ໃຫ້ເອົາໃຈໃສ່ຕື່ມ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງກ່ຽວກັບການປັບປຸງກົນໄກ, ລະບອບການນໍາພາຊີ້ນໍາ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກ, ຄະນະປະຈຳພັກ ກັບ ອົງການປົກຄອງ ເພື່ອຮັບປະກັນຄວາມຖືກຕ້ອງ, ຄ່ອງຕົວ, ໂລ່ງລ່ຽນ, ແກ້ໄຂບັນຫາໃຫ້ທັນການ, ບໍ່ຊັກຊ້າ, ບໍ່ໜິ້ງກັນ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຕື່ມ, ຖ້າຈໍາເປັນຄວນອອກນິຕິກໍາ ເພື່ອຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແລະ ໃຫ້ເປັນເອກະພາບໄປລວງດຽວກັນ. ຊີ້ນໍາ, ກວດຄືນຜົນການປັບປຸງກົງຈັກການຈັດຕັ້ງ ພາຍຫຼັງຍຸບ, ໂຮມເຂົ້າກັນ ທັງສູນກາງ ແລະ ທ້ອງຖິ່ນ, ອັນໃດຍັງບໍ່ທັນຖືກທິດ, ເກະກະ, ສ້າງບັນຫາ ແມ່ນເດັດດ່ຽວແກ້ໄຂໃຫ້ຕົກ, ຮັບປະກັນກົງຈັກກະທັດຮັດ, ມີຄຸນນະພາບ ແລະ ມີປະສິດທິພາບ ໃນການຂັບເຄື່ອນການປະຕິບັດໜ້າທີ່ການເມືອງຂອງແຕ່ລະການຈັດຕັ້ງ. ຊີ້ນໍາການກະກຽມຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດາອະນຸກໍາມະການໃຫ້ຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນ ເປັນຕົ້ນ: ປັບປຸງບັນດາເນື້ອໃນເອກະສານ, ການກະກຽມດ້ານໂຄງປະກອບບຸກຄະລາກອນ, ເປົ້າໝາຍຜູ້ເຂົ້າຮ່ວມກອງປະຊຸມ, ການກະກຽມບ່ອນປະຊຸມ, ການປະດັບປະດາ, ງົບປະມານ, ການປ້ອງກັນ ແລະອື່ນໆ ໃຫ້ຮັບປະກັນຄວາມປອດໄພ ແລະ ມີຜົນສໍາເລັດຢ່າງຈົບງາມ. ຊີ້ນໍາໃຫ້ກະກຽມກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອດຳເນີນຊີວິດການເມືອງໝົດສະໄໝ ຂອງຄະນະບໍລິຫານງານສູນກາງພັກ ກໍຄື ບຸກຄົນທີ່ເປັນກຳມະການສູນກາງພັກ ສະໄໝທີ XI ທີ່ຍັງປະຈຳການ. ສືບຕໍ່ຊີ້ນໍາການກະກຽມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ສືບຕໍ່ຊີ້ນໍາການສະເຫຼີມສະຫຼອງວັນສໍາຄັນ ຂອງພັກ, ຂອງຊາດ ເປັນຕົ້ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະອື່ນໆ ໃຫ້ເປັນຂະບວນການກວ້າງຂວາງ, ມີເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ປະຢັດ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ, ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງໃຫ້ບັນດາສະຫາຍກຳມະການສູນກາງພັກ, ບັນດາສະຫາຍເລຂາຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເຊີດຊູຄວາມເປັນເຈົ້າການ ແລະ ຄວາມເປັນແບບຢ່າງນຳໜ້າ ໃຫ້ສູງຂຶ້ນ ເພື່ອສືບຕໍ່ນຳພາຊີ້ນຳ ເຮັດໃຫ້ບັນດາຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ສ້າງຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງສະຫງ່າຜ່າເຜີຍ.


