ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່, ປະທານປະເທດ ລາວ ພົບປະກັບ ນາຍົກລັດຖະມົນຕີຫວຽດນາມ

Oct 25, 2025

ວັນທີ 24 ຕຸລາ 2025, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະ ໃນໂອກາດເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານອາດຊະຍາກໍາທາງໄຊເບີ ລະຫວ່າງວັນທີ 24-26 ຕຸລາ 2025 ທີ່ ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
No photo description available. May be an image of dais and text
ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ທີ່ ວົງຄະນະຍາດສາກົນ ໄດ້ໃຫ້ຄວາມເຊື່ອຫມັ້ນ ແລະ ເລືອກເອົາ ນະຄອນຫຼວງຮ່າໂນ້ຍ ເປັນສະຖານທີ່ລົງນາມສົນທິສັນຍາສາກົນ ທີ່ມີຄວາມໝາຍສຳຄັນນີ້, ໃນຕໍ່ໜ້າຈະມີຊື່ວ່າ ສົນທິສັນຍາຮ່າໂນ້ຍ. ສຳຫຼັບລາວ ເຊື່ອໝັ້ນວ່າ ດ້ວຍບົດບົດຮຽນ ແລະ ບົດບາດສາກົນ ຂອງເພື່ອນສະຫາຍຫວຽດນາມ, ພິທີລົງນາມ ແລະ ກອງປະຊຸມສາກົນຄັ້ງນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຍົກສູງບົດບາດ ຂອງຫວຽດນາມ ໃຫ້ສູງເດັ່ນຍິ່ງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນ ຢູ່ພາຍໃນປະເທດຂອງຕົນ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງ ຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ມີບາດກ້າວຂະຫຍາຍຕົວຮອບດ້ານ ແລະ ມີຜົນສຳເລັດສູງ, ເຫັນໄດ້ຈາກພົວພັນຮ່ວມມືຮອບດ້ານ ທັງໃນດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ມີຄວາມຄືບໜ້າເປັນກ້າວໆ. ສອງຝ່າຍ ເຫັນດີເປັນເອກະພາບ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມການພົວພັນຮ່ວມມືທີ່ເປັນມູນເຊື້ອຂອງສອງຊາດ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງຂຶ້ນ ພ້ອມທັງ ຈະຮ່ວມມືກັນຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດໃນດ້ານຕ່າງໆ ໃຫ້ປາກົດຜົນເປັນຮູບປະທໍາ ແລະ ມີປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
No photo description available. No photo description available.