ວັນທີ 25 ຕຸລາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 30, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 37, ກອງປະຊຸມຮ່ວມ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ ລວມທັງບັນດາກິດຈະກໍາທີ່ປິ່ນອ້ອມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຮູ້ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບຸລິດມະສິດການເປັນປະທານອາຊຽນຂອງມາເລເຊຍ, ໄດ້ເປິກສາຫາລືກ່ຽວກັບການສະເໜີເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈ, ການສະເຫຼີມສະຫຼອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຄົບຮອບ 50 ປີ; ໄດ້ເປິກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເອກະສານການທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ; ໄດ້ເປິກສາຫາລືກ່ຽວກັບຄວາມຄືບໜ້າການເຂົ້າເປັນສະມາຊິກສົມບູນຂອງອາຊຽນໂດຍຕີມໍແລັດສະເຕ ໂດຍສະເພາະການເຂົ້າເປັນພາຄີສົນທິສັນຍາ ແລະ ເອກະສານສໍາຄັນຕ່າງໆຂອງອາຊຽນ, ລວມທັງຮັບຮູ້ການກະກຽມພິທີລົງນາມຖະແຫຼງການເພື່ອຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47; ໄດ້ຮັບຮູ້ຄວາມຄືບໜ້າການພົວພັນຮ່ວມມື ລະຫວ່າງ ອາຊຽນ ກັບຄູ່ຮ່ວມພາຍນອກ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 30 ໄດ້ຮັບຮູ້ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025. ກອງປະຊຸມ ໄດ້ຮັບຮອງເອົາບົດລາຍງານການທົບທວນທ້າຍສະໄໝຂອງການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 37 ໄດ້ເປິກສາຫາລືການກະກຽມດ້ານຕ່າງໆ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 26-28 ຕຸລາ 2025, ລວມທັງເອກະສານຜົນກອງປະຊຸມສຸດຍອດ. ກອງປະຊຸມ ໄດ້ຮັບຮູ້ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ: ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາ ອາຊຽນ, ບົດລາຍງານຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກຳມະການປະສານງານການເຊື່ອມຈອດອາຊຽນ.

ກອງປະຊຸມຮ່ວມ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮູ້ການລາຍງານຂອງໜ່ວຍງານສະເພາະກິດກ່ຽວກັບພູມສາດເສດຖະກິດອາຊຽນ, ຊຶ່ງເປັນໜ່ວຍງານທີ່ໄດ້ຮັບການມອບໝາຍຈາກລັດຖະມົນຕີເສດຖະກິດອາຊຽນ ເພື່ອຄົ້ນຄວ້າ ແລະ ນໍາສະເໜີບັນດາຄໍາເເນະນໍາ ແລະ ວິທີການ ເພື່ອຮັບມືກັບວິກິດການເສດຖະກິດໃນປັດຈຸບັນ, ໂດຍສະເພາະນະໂຍບາຍພາສີ, ທີ່ສົ່ງຜົນກະທົບຕໍ່ການພັດທະນາທັງໃນພາກພື້ນ ແລະ ໃນໂລກ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຕີມໍເເລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຮ່ວມພິທີມອບເອກະສານການເຂົ້າຮ່ວມເປັນພາຄີ ກົດບັດອາຊຽນ ແລະ ເອກະສານການເຂົ້າຮ່ວມເປັນພາຄີ ສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ ໂດຍຕີມໍແລັດສະເຕ, ຈາກນັ້ນ, ໄດ້ເຂົ້າຮ່ວມພິທີລົງນາມການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ໂດຍແຟງລັງ.


