ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ V ຈັດຂຶ້ນໃນວັນທີ 26 ຕຸລາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ບັນດາການນຳຈາກພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ແຂກຮັບເຊີນ ແລະ ຜູ້ແທນສົມບູນຈໍານວນ 149 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ ສະໄໝທີ IV; ຮ່າງແຜນພັດທະນາລະບົບສະຖາບັນການເງິນ-ເງິນຕາໄລຍະ 5 ປີ (2026-2030).
ກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດໃໝ່ສະໄໝທີ V ແລະ ຜູ້ແທນສົມບູນ, ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເພື່ອເປັນເຂັ້ມທິດຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ ໃຫ້ໄດ້ຮັບປະສິດທິພາບ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້



