ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ລາວ ແລະ ການາດາ ເປິກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ.

Oct 27, 2025

ວັນທີ 26 ຕຸລາ 2025, ທີ່ນະຄອນຫຼວງກົວລາລໍາເປີ ຂອງມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ມາກ ຄານີ (Mark CARNEY), ນາຍົກລັດ​ຖະ​ມົນ​ຕີ​ກາ​ນາ​ດາ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລະຫວ່າງວັນທີ 26-28 ຕຸລາ 2025.
ໃນການພົບປະຄັ້ງນີ້, ນາຍົກລັດຖະມົນຕີລາວ ແລະ ການາດາ ຕ່າງສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນຂີດໝາຍສຳຄັນປະກອບສ່ວນເຂົ້າໃນການສືບຕໍ່​​ຮັດ​ແໜ້ນ ແລະ ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມືອັນດີທີ່ມີຢູ່​ ລະຫວ່າງ ລາວ ແລະ ການາດາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ພະນະທ່ານ ມາກ ຄານີ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີການາດາ.
ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງ ລາວ ແລະ ການາດາ ຕະຫຼອດໄລຍະ 51 ປີຜ່ານມາ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974, ສອງປະເທດສາມາດຮັກສາໄດ້ການພົວພັນແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ສອງຝ່າຍ ໄດ້ລົງເລິກເປິກສາຫາລືການພົວພັນຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ທີ່ໄດ້ຮັບຜົນສໍາເລັດໃນຫຼາຍຂົງເຂດການຮ່ວມມື ເປັນຕົ້ນ: ການພົວພັນຮ່ວມມືດ້ານການເມືອງ-ການທູດ, ການຮ່ວມມືເພື່ອເກັບກູ້ລະເບີດຍັງບໍ່ທັນແຕກ (UXO), ການຄ້າ-ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະອື່ນໆ.
May be an image of dais, newsroom and text that says 'TH ASEAN SUMM ELATED SUm TOBER 2025, KUALI' May be an image of one or more people, dais, newsroom and text that says 'TH ASEAN sUmm, ELATED sur TOBER 2025, KUAL'
ສອງຝ່າຍ ເຫັນດີສືບ​​ຕໍ່​ຮັດແໜ້ນ ແລະ ​ເພີ່ມ​ທະວີ​ການ​ພົວພັນຮ່ວມມື ​ລະຫວ່າງ​ສອງ​ປະ​ເທດ​ ໃຫ້ມີໝາກຜົນຕົວຈິງຫຼາຍກວ່າເກົ່າ ທັງໃນຂອບສອງຝ່າຍ ​ແລະ ຫຼາຍຝ່າຍ, ລວມເຖິງການສະໜັບສະໜູນ​ເຊິ່ງກັນແລະກັນ ​ໃນ​ບັນດາ​ເວທີ​ພາກ​ພື້ນ ​ແລະ ສາກົນ ​​ເປັນຕົ້ນ: ໃນ​ຂອບ​ອາ​ຊຽນ, ອົງການສະຫະປະຊາຊາດ ​ແລະ ບັນ​ດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ, ໂດຍສະເພາະ ໃນຂອບການຮ່ວມມືອາຊຽນ-ການາດາ ໃນນາມທີ່ລາວ ເປັນປະເທດປະສານງານ ໃຫ້ແກ່ການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບປີ 2024-2027 ແລະ ການສະໜັບສະໜູນລາວ ໃນການເປັນປະທານກອງປະຊຸມທົບທວນຄືນ ຄັ້ງທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊື່ງຈະຈັດຂຶ້ນໃນເດືອນກັນຍາ ປີ 2026 ທີ່ ນະຄອນຫຼວງວຽງຈັນ. ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.